ຂ່າວສານ

World Cup 2026: ມູມ ຫວຽດ​ນາມ ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ​ໃນ​ເຫດ​ການ​ວັດ​ທະ​ນະ​ທຳ​ສາ​ກົນ

“ມູມ ຫວຽດ​ນາມ” ຢູ່​ເຫດ​ການ Aldea Global 2026 ໄດ້​ແນະ​ນຳ​ເຖິງ​ມະ​ຫາ​ຊົນ​ ເມັກ​ຊີ​ໂກ ແລະ ເພື່ອ​ມິດ​ສາ​ກົນ ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ແລະ ຊາວ ຫວຽດ​ນາມ ຜ່ານ​ກິດ​ຈະ​ກຳ​ວາງ​ສະ​ແດງ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ, ແນະ​ນຳ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ທີ່​ດີ​ເດັ່ນ.
  “ມູມ ຫວຽດ​ນາມ” ຢູ່​ເຫດ​ການ Aldea Global 2026 ​ແນະ​ນຳ​ເຖິງ​ມະ​ຫາ​ຊົນ​ ເມັກ​ຊີ​ໂກ ແລະ ເພື່ອ​ມິດ​ສາ​ກົນ ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ແລະ ຊາວ ຫວຽດ​ນາມ (ພາບ: TTXVN)  

ໄປ​ຄຽງ​ຄູ່​ກັບ​ການ​ມີ​ໜ້າ​ຂອງ 48 ປະ​ເທດ​ທີ່​ຍາດ​ໄດ້​ສິດ​ເຂົ້າ​ຮ່ວມ World Cup 2026, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ໄດ​້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ຄະ​ນະ​ຈັດ​ຕັ້ງ World Cup 2026 ເຂົ້າ​ຮ່ວມ​ເຫດ​ການ​ວັດ​ທະ​ນະ​ທຳ​ສາ​ກົນ Aldea Global 2026 ທີ່​ດຳ​ເນີນ​ແຕ່​ວັນ​ທີ 9 ມິ​ຖຸ​ນາ ຫາ​ວັນ​ທີ 21 ມິ​ຖຸ​ນາ ຢູ່​ນະ​ຄອນຫຼວງ ເມັກ​ຊີ​ໂກ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ບານ​ເຕະ​ໃຫຍ່​ສຸດ​ໃນ​ໂລກ.

“ມູມ ຫວຽດ​ນາມ” ຢູ່​ເຫດ​ການ Aldea Global 2026 ໄດ້​ແນະ​ນຳ​ເຖິງ​ມະ​ຫາ​ຊົນ​ ເມັກ​ຊີ​ໂກ ແລະ ເພື່ອ​ມິດ​ສາ​ກົນ ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ແລະ ຊາວ ຫວຽດ​ນາມ ຜ່ານ​ກິດ​ຈະ​ກຳ​ວາງ​ສະ​ແດງ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ, ແນະ​ນຳ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ທີ່​ດີ​ເດັ່ນ.

ໃນ​ຮ້ານ​ວາງ​ສະ​ແດງ​ຂອງ ຫວຽດ​ນາມ, ແຂກ​ຜູ້​ຊົມ​ຈະ​ໄດ້​ຮັບ​ປະ​ທານຫຼາຍ​ເຍື່ອງ​ອາ​ຫານ​ຂອງ ຫວຽດ​ນາມ, ເຊັ່ນ: ພັນ​ຢໍ່ຂາວ, ເຝີ, ເຂົ້າ​ຜັດ… ພ້ອມ​ດ້ວຍ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ຈຳ​ນວນ​ໜຶ່ງ.


top