ຕາມການຈັດອັນດັບປະເທດຊາດປະຈຳປີໂດຍທະນາຄານໂລກ (World Bank) ປະກາດໃນວັນທີ 1 ກໍລະກົດ, GNI ສະເລ່ຍຕໍ່ຫົວຄົນຂອງ ຫວຽດນາມ ໄດ້ເພີ່ມແຕ່ 4.490 USD ໃນປີ 2024 ຂຶ້ນເປັນ 4.970 USD ໃນປີ 2025. ດ້ວຍລະດັບນີ້, ຫວຽດນາມໄດ້ຮັບການຍົກລະດັບແຕ່ກຸ່ມມີລາຍຮັບປານກາງຕ່ຳ ຂຶ້ນຢູ່ໃນກຸ່ມມີລາຍຮັບປານກາງສູງ. ຕາມ World Bank ແລ້ວ, ຫວຽດນາມ ໄດ້ຮັບການຍົກລະດັບຍ້ອນການເຕີບໂຕເສດຖະກິດ ແລະ ການສົ່ງອອກ. ໃນປີ 2024 – 2025, ການສົ່ງອອກເພີ່ມຂຶ້ນກວ່າ 15%, ສ່ວນການເຕີບໂຕເສດຖະກິດ (GDP) ບັນລຸລະດັບ 7% ແລະ 8% ຕາມລຳດັບ. ໃນໄລຍະ 2021 – 2025, GNI ຫວຽດນາມ ມີການເຕີບໂຕສະເລ່ຍ10%ຕໍ່ປີ, ໄດ້ຮັບການຕີລາຄາຈາກບັນດານັກຊ່ຽວຊານ World Bank ວ່າແມ່ນໜຶ່ງໃນບັນດາລະດັບການເຕີບໂຕທີ່ຍືນຍົງໝັ້ນຄົງທີ່ສຸດໃນພາກພື້ນ.






