ຂ່າວສານ

World Bank ຍົກ​ລະ​ດັບ ຫວຽດ​ນາມ ຂຶ້ນຢູ່​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ມີ​ລາຍ​ຮັບປານ​ກາງ​ສູງ

ຕາມ World Bank ແລ້ວ, ຫວຽດ​ນາມ ໄດ້​ຮັບ​ການຍົກ​ລະ​ດັບ​ຍ້ອນ​ການເຕີບ​ໂຕ​ເສດ​ຖະ​ກິດ ແລະ ການ​ສົ່ງ​ອອກ.
  (ບັນດາທ່າກຳປັ່ນຢູ່ ນະຄອນໂຮ່ຈີມິນ ຍັງຄົງມີຄວາມຄຶກຄັກໄປດ້ວຍການເຄື່ອນໄຫວຂົນຖ່າຍສິນຄ້າຂອງບັນດາກຳປັ່ນຂົນສົ່ງ. ພາບ: VNA)  
ຕາມ​ການ​ຈັດ​ອັນ​ດັບ​ປະ​ເທດ​ຊາດ​ປະ​ຈຳ​ປີ​ໂດຍ​ທະ​ນາ​ຄານ​ໂລກ (World Bank) ປະ​ກາດ​ໃນ​ວັນ​ທີ 1 ກໍ​ລະ​ກົດ, GNI ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ ຫວຽດ​ນາມ ໄດ້​ເພີ່ມ​​ແຕ່ 4.490 USD ​ໃນປີ 2024 ຂຶ້ນເປັນ 4.970 USD ໃນ​ປີ 2025. ດ້ວຍ​ລະ​ດັບ​ນີ້, ຫວຽດ​ນາມ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ແຕ່​ກຸ່ມ​ມີ​ລາຍ​ຮັບ​ປານ​ກາງ​ຕ່ຳ ຂຶ້ນ​ຢູ່​ໃນ​ກຸ່ມ​ມີ​ລາຍ​ຮັບ​ປານ​ກາງ​ສູງ. ຕາມ World Bank ແລ້ວ, ຫວຽດ​ນາມ ໄດ້​ຮັບ​ການຍົກ​ລະ​ດັບ​ຍ້ອນ​ການເຕີບ​ໂຕ​ເສດ​ຖະ​ກິດ ແລະ ການ​ສົ່ງ​ອອກ. ໃນ​​ປີ 2024 – 2025, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນກວ່າ 15%, ສ່ວນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ (GDP) ບັນ​ລຸ​ລະ​ດັບ 7% ແລະ 8% ຕາມ​ລຳ​ດັບ. ໃນ​ໄລ​ຍະ 2021 – 2025, GNI ຫວຽດ​ນາມ ມີ​ການ​ເຕີ​ບ​ໂຕ​ສະ​ເລ່ຍ10%ຕໍ່​ປີ, ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ບັນ​ດາ​ນັກ​ຊ່ຽວ​ຊານ World Bank ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລະ​ດັບການ​ເຕີບ​ໂຕທີ່​ຍືນ​ຍົງ​ໝັ້ນ​ຄົງ​ທີ່​ສຸດ​ໃນ​ພາກ​ພື້ນ.

top