• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

50 ປີແຫ່ງການໃສ່ຊື່ປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ: ຂີດໝາຍຂອງຄວາມເປັນເອກະພາບ ແລະ ການພັດທະນາ

ຈາກປະເທດຖືກປິດລ້ອມ, ຂວ້ຳບາດດ້ວຍຂອບຂະໜາດ GDP ພຽງແຕ່ 4,5 ຕື້ USD ໃນປີ 1986, ຫວຽດນາມ ໄດ້ມີບາດກ້າວບຸກທະລຸ, ເສດຖະກິດບັນລຸ 514 ຕື້ USD ໃນປີ 2025 ແລະ ຢືນອັນດັບທີ 32 ໃນທົ່ວໂລກ.
ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 6 ໄດ້ຮັບຮອງເອົາມະຕິຕັ້ງຊື່ປະເທດແມ່ນ ສາທາລະນະລັດສັງຄົມນິຍົມ ຫວຽດນາມ. ພາບ: VNA

ກ່ອນນີ້​ຄົບ​ຮອບ 50 ປີ, ວັນ​ທີ 02 ກໍ​ລະ​ກົດ 1976, ທີ່ກອງ​ປ​ະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 6 ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ຕັ້ງ​ຊື່​ປະ​ເທດ​ແມ່ນ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ; ທຸງ​ຊາດ​ແມ່ນ ທຸ​ງ​ແດງ​ດາວ​ເຫຼືອງ; ​ເຄື່ອງ​ໝາຍ​ແຫ່ງ​ຊາດ​ໃສ່ຊື່​ປະ​ເທດ​ໃໝ່​; ເພງ​ຊາດ​ແມ່ນ “ເ​ພງເດີນ​​ທັບ”, ນະ​ຄອນ​ຫຼວງ ແມ່ນ ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດ​ການ​ມິ​ຄ​ວາມ​ໝາຍ​ດ້ານ​ນິ​ຕິ​ກຳ, ການ​ເມືອງ​ສຳ​ຄັນ​ພິ​ເສດ, ​ຢັ້ງຢືນ​​ໄຊ​ຊ​ະ​ນະຂອງ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ເປີດ​ສັງ​ກາດ​ທົ່ວ​ປະ​ເທດ​ເອ​ກະ​ລາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ລາດ ແລະ ພ້ອມ​ກັນ​ມຸ່ງ​ໄປ​ເຖິງລັດ​ທິ​ສັງ​ຄົມ​ນິ​ຍົມ.

​ຈາກ​ປະ​ເທດ​ຖືກ​ປິດ​ລ້ອມ, ຂວ້ຳ​ບາດ​ດ້ວຍ​ຂອບ​ຂະ​ໜາດ GDP ພຽງ​ແຕ່ 4,5 ຕື້ USD ໃນ​ປີ 1986, ຫວຽດ​ນາມ ໄດ້​ມີ​ບາດ​ກ້າວ​ບຸກ​ທະ​ລຸ, ເສດ​ຖະ​ກິດ​ບັນ​ລຸ 514 ຕື້ USD ໃນ​ປີ 2025 ແລະ ຢືນ​ອັນ​ດັບ​ທີ 32 ໃນ​ທົ່ວ​ໂລກ. ສິ່ງ​ທີ່​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ​ກວ່າ​ແມ່ນ, ອັດ​ຕາ​ຄອບ​ຄົ​ວ​ທ​ຸກ​ຍາກ​ຈາກ​ລະ​ດັບ​ກວ່າ 80% ໄດ້​ຫຼຸດ​ລົງ​ເຫຼືອ​ກວ່າ 3%, ນຳ ຫວຽດ​ນາມ ກາຍ​ເປັນ​ຮູບ​ແບບ​ດີ​ເດ​ັ່ນ​ຂອງ​ໂລກ​ກ່ຽວ​ກັບ​ພາ​ລະ​ກິດ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

​ປະ​ຊາ​ຄົ​ມ​​ວິ​ສາ​ຫະ​ກິດສາ​ກົນ​ຢູ່ ຫວຽດ​ນາມ ກໍ່​ໄດ້​ຮັບ​ຮູ້ຜົນ​ງານ​ດັ່ງ​ກ່າວ.

“ສິ່ງ​ທີ່​ພວກ​ເຮົາ​ເຫັນ​ປະ​ຈັກ​ຕາ​ໃນ 2 – 3 ປີມໍ່ໆ​ມານີ້​ແມ່ນ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ແຮງ​ທີ່​ສຸດ. ມີ​ຫຼາຍ​ການ​ຫັນ​ປ່ຽນ ແລະ ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ກົງ​ຈັກ​ລັດ. ພ້ອມ​ກັນ​ນັ້ນ, ກໍ່ມີ​ຫຼາຍ​ໂຄ​ງ​ການ​ພື້ນ​ຖານ​ໂຄງ​ລ່າງ​​ທີ່ມີ​ຂອບ​ຂະໜາດ​ໃຫຍ່ພ​ວມ​ໄດ້​ຮັບ​ກາ​ນ​ສົ່ງ​ເສີມ, ພ້ອມ​ກັບ​ການ​ສຸມ​ໃສ່​ພິ​ເສດ​ເຂົ້າ​ໃນ​ການ​ດຶງ​ດູດ​ແຫຼ່ງ​ທຶນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ທີ່​ມີ​ຄຸນ​ນະ​ພາບ​ສູງ”.

(ແຫຼ່ງຄັດຈາກ VOV)

ຄະນະກູ້ໄພກູ້ຊີບ ຫວຽດນາມ ນຳຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວອອກຈາກຊາກຫັກພັງ 23 ຄົນ

ຄະນະກູ້ໄພກູ້ຊີບ ຫວຽດນາມ ນຳຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວອອກຈາກຊາກຫັກພັງ 23 ຄົນ

ນີ້ແມ່ນຄັ້ງທີ 3 ທີ່ກອງທັບປະຊາຊົນ ຫວຽດນາມ ແລະ ຕຳຫຼວດປະຊາຊົນ ຫວຽດນາມ ຈັດສົ່ງກຳລັງ ແລະ ພາຫະນະໄປຕ່າງປະເທດປະຕິບັດໜ້າທີ່ໜູນຊ່ວຍມະນຸດສະທຳ, ກູ້ໄພກູ້ຊີບວິນາດຕະກຳ.

Top