
ປຶ້ມ Wings Books
ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ມີນາ ປີ 2018, ມາຮອດປັດຈຸບັນ Wings Books ໄດ້ແນະນຳເຖິງຜູ້ອ່ານກ່ຽວກັບປຶ້ມກວ່າ 100 ເລື່ອງ ແລະ ໂດຍການພິມຈຳໜ່າຍ 300.000 ກວ່າຫົວ. ດ້ວຍຊື່ເອີ້ນຖືກນຳມາຈາກແຫຼ່ງບັນດານໃຈຈາກຮູບພາບ “ປີກທັງຄູ່” ເຊິ່ງແມ່ນສັນຍາລັກຂອງໄວໜຸ່ມ ແລະ ຄວາມໃຝ່ຝັນ. ບໍ່ພຽງແຕ່ຂຸດຄົ້ນບັນດາທ່າອຽງໃໝ່ທາງດ້ານເນື້ອໃນ, ປຶ້ມປະເພດທີ່ສະຫງວນໃຫ້ແກ່ຜູ້ອ່ານໄວ 16 ປີຂຶ້ນນີ້ກໍ່ແມ່ນບັນດາປະເພດທີ່ເປັນເອກະລັກທາງດ້ານຮູບການ, ຈາກຂອດຄວາມງາມໃນການຈັດພິມ ຕະຫຼອດຮອດການນຳໃຊ້ເຕັກໂນໂລຊີ, ເຕັກນິກການພິມທີ່ທັນສະໄໝ. ນາງ ຕະຢ໊ຽມມີ, ຜູ້ຕາງໜ້າຄະນະບັນນາທິການ Wings Books, ສຳນັກພິມ ກີມດົ່ງ ໃຫ້ຮູ້ວ່າ:
“ສຳລັບເນື້ອໃນປຶ້ມ Wings Books ຍາມໃດກໍ່ມຸ່ງໄປສູ່ບັນດາມາດຖານ: ອັບເດດທ່າອຽງອ່ານແບບທັນສະໄໝ, ສອດຄ່ອງກັບຈິດຕະຂອງຜູ້ອ່ານທີ່ເປັນໄວໜຸ່ມ. ພວກຂ້າພະເຈົ້າກໍ່ຍັງຄົ້ນຫາບັນດາຫົວເລື່ອງທີ່ໃໝ່ອ່ຽມ, ມີລັກສະນະທົດລອງ, ພ້ອມກັນນັ້ນປຶ້ມ Wings Books ກໍ່ຍັງມຸ່ງໄປສູ່ການສ້າງ ແຫຼ່ງບັນດານໃຈໃຫ້ແກ່ໄວໜຸ່ມໂດຍຜ່ານບັນດາປຶ້ມເລື່ອງຕ່າງໆທີ່ໜ້າປະທັບໃຈ”.ເປົ້າໝາຍຜູ້ອ່ານຂອງ Wings Books ແມ່ນຜູ້ອ່ານໄວ 16 ປີຂຶ້ນໄປ, ດັ່ງນັ້ນ Wings Books ໄດ້ມຸ່ງໄປສູ່ບັນຫົວເລື່ອງທີ່ແທດເໝາະກັບເປົ້າໝາຍຜູ້ອ່ານນີ້. ປຶ້ມ Wings Books ໄດ້ເປັນຂີດໝາຍໃນຂົງເຂດວັນນະຄະດີ ທີ່ສະຫງວນໃຫ້ແກ່ຜູ້ເຕີບໃຫຍ່ ເມື່ອໄດ້ເຂົ້າສູ່ບັນດາຫົວເລື່ອງທີ່ມີລັກສະນະສັງຄົມ; ບັນຫາສວຍໃຊ້ທາງເພດ, ການໃຊ້ຄວາມຮຸນແຮງທີ່ມີຕໍ່ຜູ້ບໍ່ເຖິງກະສຽນອາຍຸ… ສ່ວນຢູ່ໃນຂົງເຂດປຶ້ມກ່ຽວກັບທັກສະທີ່ສະຫງວນໃຫ້ແກ່ຜູ້ອ່ານໄວໜຸ່ມ, Wings Books ໄດ້ສະເໜີຕົວຕໍ່ຜູ້ອ່ານກ່ຽວກັບປຶ້ມທັກສະທີ່ມີລັກສະນະນຳໃຊ້, ຕິດພັນກັບບັນດາທັກສະທີ່ສຳຄັນ ເຊິ່ງຜູ້ອ່ານໜຸ່ມຕ້ອງການ ໃນສັງຄົມທັນສະໄໝ; ທັກສະຄຸ້ມຄອງເວລາ, ທັກສະໃນການສຳພັນມະນຸດ, ທັກສະໃນການເຮັດວຽກ. ສ່ວນໃນຂົງເຂດປຶ້ມບັນເທີງຂອງ Wings Books ແມ່ນພົ້ນເດັ່ນຂຶ້ນດ້ວຍບັນດາປຶ້ມກ່ຽວກັບຫົວເລື່ອງ ສັດທີ່ໃກ້ຊິດກັບມະນຸດ. ເພື່ອນ ຫງວຽນຫວຽດຮ່າ ນັກສຶສາປີທີສອງ ມະຫາວິທະຍາໄລວິທະຍາສາດ, ສັງຄົມ ແລະ ມະນຸດສາດ ເວົ້າວ່າ:
“ຂ້າພະເຈົ້າມັກອ່ານທີ່ສຸດກ່ຽວກັບປຶ້ມຂອງ Wings Books ເພາະວ່າບັນດາບົດປະພັນນີ້ແມ່ນມ່ວນຫຼາຍ, ອ່ານກໍ່ເຂົ້າໃຈງ່າຍ ແລະ ມີລວງເລິກ. ລາຄາຂອງປຶ້ມ Wings Books ກໍ່ຖືກພໍສົມຄວນ ແທດເໝາະກັບນັກສຶກສາ”.
ເມື່ອລົງທຶນໃຫ້ແກ່ຂົງເຂດປຶ້ມ ໂດຍນັກປະພັນໜຸ່ມ ຫວຽດນາມ ປະຕິບັດ, ສຳນັກພິມ ກີມດົ່ງ ໄດ້ອະນຸມັດຜ່ານ ໂຄງການ Wings Books ເພື່ອຕັ້ງຄວາມເຊື່ອໝັ້ນຕໍ່ບັນດານັກປະພັນໜຸ່ມຢູ່ພາຍໃນປະເທດ. ມີບັນດາບົດປະພັນໄດ້ສ້າງຄວາມປະທັບໃຈຄື: Hasu Tran ດ້ວຍບົດປະພັນ: “Mumbai ແລະ ບັນດາຖ້ຽວລົດໄຟຍາມກາງຄືນ”, Red ກັບເລື່ອງພາບ “Twins - ລູກຂອງພົນທະຫານ”… ນາງ ຕະຢ໊ຽມມີ ໃຫ້ຮູ້ຕື່ມອີກວ່າ:
“ໃນໄລຍະທີ່ຈະມາເຖິງ , Wings Books ຈະສືບຕໍ່ແນະນຳປຶ້ມບັນດາປະເພດໃໝ່ ເຊິ່ງໄດ້ຮັບຄວາມຊົມຊອບຈາກຜູ້ອ່ານຄື Light novel ຂອງຍີ່ປຸ່ນ, ປຶ້ມນະວະນິຍາຍສືບສອດແນມ, ປຶ້ມເລື່ອງພາບທີ່ມີລັກສະນະບັນເທີງ ແຕ່ບັນຈຸສານແຫ່ງວັດທະນະທຳມະນຸດ, ສ້າງແຫຼ່ງບັນດານໃຈໃຫ້ແກ່ການດຳລົງຊີວິດ. ພິເສດ ປຶ້ມອ່ານຂອງບັນດານັກປະພັນຢູ່ພາຍໃນປະເທດ ຈະມີບັນດາໂຄງການປະດິດຄິດສ້າງ ຫຼາຍກວ່າອີກ”.
ບໍ່ພຽງແຕ່ເປັນເລື່ອງງ່າຍ ທີ່ເດີນຕາມທ່າອ່ຽງຂອງຜູ້ຂຽນ ແລະ ຜູ້ອ່ານ, Wings Books ໄດ້ວາງອອກບັນດາມາດຖານ ກໍ່ຄືການກຳນົດທິດ ເພື່ອໃຫ້ຜູ້ຂຽນ ແລະ ຜູ້ອ່ານ ໄວໜຸ່ມສຳຜັດກັບປຶ້ມໂດຍມີການເລືອກເຟັ້ນລະອຽດກວ່າ. ຄວາມເອົາໃຈໃສ່ລົງທຶນໃຫ້ແກ່ປຶ້ມ ສະຫງວນໃຫ້ແກ່ໄວໜຸ່ມ ກໍ່ແມ່ນຄວາມມານະພະຍາຍາມຂອງສຳນັກພິມ ກີມດົ່ງ ເພື່ອແນໃສ່ສ້າງສະພາບແວດລ້ອມ ແຫ່ງການພິມຈຳໜ່າຍທີ່ຂະຫຍັນຂັນເຄື່ອນ ແລະ ມີຫຼາຍຮູບຫຼາຍສີກວ່າເກົ່າ ເຊິ່ງສະຫງວນໃຫ້ແກ່ນັກປະພັນ ແລະ ຜູ້ອ່ານໜຸ່ມຢູ່ ຫວຽດນາມ.
(ແຫຼ່ງຄັດຈາກ VOV)