• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ມີຄວາມປະທັບໃຈຕໍ່ການຮ່ວມມືຂອງປະຊາຊົນຫວຽດນາມໃນການປ້ອງກັນ, ຄວບຄຸມໂລກພະຍາດ Covid-19

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງ WHO ສຳລັບ ຫວຽດນາມ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວັນຟຸກ ຕ້ອນຮັບທ່ານ ປອ Kidong Park,
ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ

(ພາບ: VGP)


ຕອນເຊົ້າວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ປອ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງ WHO ສຳລັບຫວຽດນາມ ແລະ ໃນນາມສ່ວນຕົວຂອງທ່ານ ປອ Kidong Park ໃນການໃຫ້ຄຳປຶກສາດ້ານນະໂຍບາຍ, ໜູນຊ່ວຍດ້ານເຕັກນິກໃຫ້ແກ່ຫວຽດນາມ ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ຫວຽດນາມ ໄດ້ເປັນເຈົ້າການ, ປະຕິບັດຢ່າງຄົບຊຸດ, ເດັດດ່ຽວໃນການປ້ອງກັນ, ຄວບຄຸມໂລກລະບາດ. ຍາມໃດຫວຽດນາມ ກໍ່ມີແຜນນະໂຍບາຍຢ່າງເປີດເຜີຍ, ກະຈ່າງແຈ້ງໃນວິວັດການປ້ອງກັນ, ຄວບຄຸມໂລກລະບາດ ໄປຄຽງຄູ່ກັບການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ຮັບປະກັນ ສະຖຽນລະພາບແກ່ສັງຄົມ…

        ສ່ວນທ່ານ ປອ Kidong Park ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມຂອງລັດຖະບານຫວຽດນາມ ດ້ວຍຈິດໃຈເປັນເຈົ້າການ, ເດັດດ່ຽວ ແລະ ຖືວ່າ, ຫວຽດນາມ ຍັງແມ່ນສະຖານທີ່ປອດໄພ. WHO ສະແດງຄວາມປະທັບໃຈຕໍ່ການຮ່ວມມືຂອງປະຊາຊົນທຸກຄົນໃນການປ້ອງກັນ, ຄວບຄຸມໂລກພະຍາດ Covid-19. ທ່ານ Kidong Park ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັບກະຊວງສາທາລະນະສຸກຫວຽດນາມ ຢ່າງແໜ້ນແຟ້ນ, ລະດົມແຫຼ່ງກຳລັງຢ່າງສຸດຂີດເພື່ອໜູນຊ່ວຍຫວຽດນາມ.


        ກ່ຽວຂ້ອງເຖິງບັນຫາ ວັກຊິນ ປິ່ນປົວໂລກພະຍາດ Covid-19,  WHO ຕີລາຄາສູງກຳລັງຄວາມສາມາດໃນການຜະລິດວັກຊິນຢູ່ຫວຽດນາມວ່າ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top