• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຕຳໜິຕິຕຽນ ອຳນາດການປົກຄອງ, ປະຊາຊົນຫຼາຍປະເທດ ລະເລີຍ ຕໍ່ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ໃນເດືອນມັງກອນ ແລະ ເດືອນກຸມພາປີນີ້, ໂລກໄດ້ເຫັນປະຈັກຕາຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼຸດລົງໃນ 6 ອາທິດຢ່າງລຽນຕິດ. ແຕ່ວ່າ, ປັດຈຸບັນ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຮອບເວລາ 7 ອາທິດທີ່ຜ່ານມາ, ຈຳນວນຜູ້ເສຍຊີວິດກໍ່ໄດ້ເພີ່ມຂຶ້ນຢ່າງລຽນຕິດໃນຮອບເວລາ 4 ອາທິດຜ່ານມາ.
ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (ພາບ: AP)
      ວັນທີ 12 ເມສາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ສະພາບການໂລກລະບາດໂຄວິດ - 19 ຍັງຈະເກີດຂຶ້ນໃນເວລາອັນຍາວນານ ຈຶ່ງຈະສິ້ນສຸດລົງ ໃນຂະນະທີ່ຢູ່ ຫຼາຍປະເທດ, ອຳນາດການປົກຄອງ ແລະ ປະຊາຊົນ ນັບມື້ນັບມີຄວາມໃນຕົວ, ລະເລີຍ ຕໍ່ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທີ່ການຖະແຫຼງຂ່າວ ປະຈຳອາທິດ ກ່ຽວກັບໂລກລະບາດໂຄວິດ - 19 ຢູ່ ເຊີແນວ, ປະເທດ ສະວິດ, ທ່ານ Tedros Adhanom Ghebreyesus ເນັ້ນໜັກວ່າ:
        ໃນເດືອນມັງກອນ ແລະ ເດືອນກຸມພາປີນີ້, ໂລກໄດ້ເຫັນປະຈັກຕາຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼຸດລົງໃນ 6 ອາທິດຢ່າງລຽນຕິດ. ແຕ່ວ່າ, ປັດຈຸບັນ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຮອບເວລາ 7 ອາທິດທີ່ຜ່ານມາ, ຈຳນວນຜູ້ເສຍຊີວິດກໍ່ໄດ້ເພີ່ມຂຶ້ນຢ່າງລຽນຕິດໃນຮອບເວລາ 4 ອາທິດຜ່ານມາ. ຫຼາຍປະເທດ ຢູ່ ອາຊີ ແລະ ຕາເວັນອອກກາງ ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ພວມເພີ່ມຂຶ້ນໂດຍໄວ. ທຸກສິ່ງທຸກຢ່າງດັ່ງກ່າວ ໄດ້ເກີດຂຶ້ນ ໂດຍບໍ່ຫົວຊາຕໍ່ສະພາບການຕົວຈິງທີ່ວ່າ ມີວັກຊິນກັນໂຄວິດ ກ່ວາ 780 ລ້ານໂດສ ໄດ້ຮັບການສັກໃຫ້ປະຊາຊົນໃນທົ່ວໂລກ.
(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top