• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຊຸກ​ຍູ້​ບັນ​ດາ​ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ

ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ສືບ​ຕໍ່​ຜົນ​ຂອງ WHA78 ທີ່​​ດຳ​ເນີນ​ໃນ​ປີ 2025, ເຊິ່ງ​ໄດ້​ຮັບ​ຮອງ​ເອົາ​ແຜນ​ການ​ກະ​ທຳ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສຸ​ຂະ​ພ​າບ.
  ກອງ​ປະ​ຊຸມ​ຄັ້ງ​ທີ 79 ຂອງ​ສະ​ມັດ​ຊາ​ໃຫຍ່ ການ​ແພດ ໂລກ (WHA79) (ພາບ: Salvatore Di Nolfi/Keystone via AP)  
ກອງ​ປະ​ຊຸມ​ຄັ້ງ​ທີ 79 ຂອງ​ສະ​ມັດ​ຊາ​ໃຫຍ່ ການ​ແພດ ໂລກ (WHA79) ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 18 ພຶດ​ສະ​ພາ, ຢູ່​ເຊີ​ແນວ​, ປະ​ເທດ​ສະ​ວິດ. ເຫດ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຄະ​ນະ​ຜູ້​ແທນ​ທີ່​ມາ​ຈາກ​ປະ​ເທດ​ສ​ະ​ມາ​ຊິກ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ເພື່ອ​ສ້າງ​ນະ​ໂຍ​ບາຍ​ການ​ແພດ​ທົ່ວ​ໂລກ ແລະ ຊຸກ​ຍູ້​ບັນ​ດາ​ບຸ​ລິ​ມະ​ສິດ​ຍຸດ​ທ​ະ​ສາດ​ຂອງ​ອົງ​ການ​ໃນ​ສະ​ພາບ​ການ​ໂລກ​ພວມ​​ວິ​ຕົກ​ກັງ​ວົນ​ຕໍ່​ການ​ລະ​ບາດ​ພະ​ຍາດ​ຂອງ​ໄວ​ຣັດ Hanta ໃນ​ກຳ​ປັ່ນ​ທ່ອ​ງທ່ຽວ ແລະ ການ​ລະ​ບາດ​ຂອງ​ໄວ​ຣັດ Ebola ຢູ່ ສ.ໂກງ​ໂກ ແລະ ອຸ​ການ​ດາ. ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ສືບ​ຕໍ່​ຜົນ​ຂອງ WHA78 ທີ່​​ດຳ​ເນີນ​ໃນ​ປີ 2025, ເຊິ່ງ​ໄດ້​ຮັບ​ຮອງ​ເອົາ​ແຜນ​ການ​ກະ​ທຳ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສຸ​ຂະ​ພ​າບ.​ ຄຽງ​ຄູ່​ກັນ​ນັ້ນ, ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ ສົນ​ທິ​ສັນ​ຍາ ຂອງ​ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP31), ໂດຍ​ຕວັກ​ກີ ແລະ ອົດ​ສະ​ຕາ​ລີ​ເປັນ​ປະ​ທານ​ຮ່ວມ, ກອງ​ປະ​ຊຸມ​ຄັ້ງ​ນີ້​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ ກ່ຽວ​ກັບມາດ​ຕະ​ການ​ແກ້​ໄຂ​ໃຫ້​ແກ່​ປະ​ຊາ​ຄົມ​ທົ່ວ​ໂລກ ກ່ຽວ​ກັບ​ດິນ​ຟ້າ​ອາກ​າດ ແລະ ສຸ​ຂະ​ພາບ ແລະ ພ້ອມ​ກັນ​ຮັກ​ສາ​ກຳ​ລັງ​ໜູນ​ດ້ານ​ການ​ເມືອງ​ທີ່​ບັນ​ລຸ​ໄດ້​ຢູ່ WHA78.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top