• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວ​ເຕືອນ​ກ່ຽວກັບ​ຄວາມ​ສ່ຽງ​ເມື່ອ​ບັນດາ​ປະ​ເທດຍົກ​ເລີກ​ຄໍາ​ສັ່ງ​ຈໍາກັດ​ຂອບ​ເຂດ​ປິດ​ລ້ອມ ຫຼື ​​ເວັ້ນ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ

ວັນທີ 14 ເມສາ, ອົງການອະນາໄມໂລກ (WHO) ໄດ້ອອກຄໍາກ່າວເຕືອນວ່າ ຖ້າຫາກບັນດາປະເທດຍົກເລີກບັນດາມາດຕະການປິດລ້ອມ ຫຼື ເວັ້ນໄລຍະຫ່າງທາງສັງຄົມທີ່ພວມປະຕິບັດເພື່ອຮັບມືກັບໂລກລະບາດໂຄວິດ - 19 ນັ້ນ ອາດຈະຕ້ອງປະເຊີນໜ້າກັບບັນດາການລະບາດຄັ້ງໃໝ່ທີ່ອັນຕະລາຍຕື່ມອີກ. 

ທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO (ພາບ: THX/TTXVN)

ກ່າວຄໍາເຫັນທີ່ການຖະແຫຼງຂ່າວປະຈໍາວັນ ກ່ຽວກັບໂລກລະບາດໂຄວິດ - 19 ຢູ່ ເຊີແນວ, ປະເທດສະວິດ, ທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO ໄດ້ຕີລາຄາວ່າ 2 – 3 ວັນຜ່ານມາ, ໂລກລະບາດໂຄວິດ - 19 ໄດ້ມີສັນຍານຜ່ອນຄາຍລົງຢູ່ບາງປະເທດເອີລົບ ທີ່ພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດດັ່ງກ່າວຄື ແອັດສະປາຍ, ອີຕາລີ ຫຼື ຝລັ່ງ. ເຖິງຢ່າງໃດກໍຕາມ, ມັນກໍຈະແມ່ນຄວາມສ່ຽງທີ່ອັນຕະລາຍ ຖ້າຫາກບັນດາປະເທດຍົກເລີກຄໍາສັ່ງຈໍາກັດຕ່າງໆໂດຍໄວ.

ບໍ່ພຽງແຕ່ເທົ່ານັ້ນ,  WHO ກໍຮຽກຮ້ອງໃຫ້ບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ຈົ່ງເອົາໃຈໃສ່ເຖິງພາກພື້ນ ອາຟະລິກາ, ເຊິ່ງພື້ນຖານໂຄງລ່າງດ້ານສາທາລະນະສຸກຢູ່ພາກພື້ນນີ້ແມ່ນດ້ອຍກວ່າໝູ່ໃນໂລກ ແຕ່ພວມເຫັນປະຈັກຕາການແຜ່ລະບາດໄວທີ່ສຸດຂອງໂລກລະບາດ ໂຄວິດ - 19.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top