• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WAIPA ຮັບຮອງເອົາມະຕິຊຸກຍູ້ບົດບາດຂອງລັດຖະສະພາຍິງໃນການຮັບປະກັນວຽກເຮັດງານທຳແລະລາຍຮັບຂອງແຮງງານຍິງ

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບົດບາດຂອງສະມາຊິກລັດຖະສະພາຍິງໃນການຮັບປະກັນວຽກເຮັດງານທຳ ແລະ ລາຍຮັບຂອງແຮງງານຍິງ, ພິເສດແມ່ນໃນສະພາບເກີດໂລກລະບາດໂຄວິດ-19.


ກອງປະຊຸມສະມາຊິກລັດຖະສະພາຍິງ AIPA (WAIPA) ຕາມຮູບແບບອອນລາຍ

(ພາບ: TTXVN)


ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ຄັ້ງທີ 41, ສະພາລະຫວ່າງລັດຖະສະພາອາຊຽນ (AIPA 41), ຕອນບ່າຍວັນທີ 08 ກັນຍາ, ໄດ້ດຳເນີນກອງປະຊຸມສະມາຊິກລັດຖະສະພາຍິງ AIPA (WAIPA) ຕາມຮູບແບບອອນລາຍ. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບົດບາດຂອງສະມາຊິກລັດຖະສະພາຍິງໃນການຮັບປະກັນວຽກເຮັດງານທຳ ແລະ ລາຍຮັບຂອງແຮງງານຍິງ, ພິເສດແມ່ນໃນສະພາບເກີດໂລກລະບາດໂຄວິດ-19.

          ຕາມບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແລ້ວ, ວຽກເຮັດງານທຳ ແລະ ລາຍຮັບສຳລັບແຮງງານຍິງ ຍາມໃດກໍ່ມີລັກສະນະການເມືອງ ແມ່ນບັນຫາດຶງດູດຄວາມສົນໃຈຂອງ AIPA ກໍຄືບັນດາສະມາຊິກລັດຖະສະພາຍິງ AIPA, ຍ້ອນພາກພື້ນອາຊຽນ ມີພົນລະເມືອງຂຶ້ນເຖິງ 600 ລ້ານຄົນ, ໃນນັ້ນແມ່ຍິງແມ່ນກວ່າ 300 ລ້ານຄົນ.

          ໃນໄລຍະຜ່ານມາ, ພາກພື້ນອາຊຽນ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອແນໃສ່ຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ. ມີເອກະສານຫຼາຍສະບັບໄດ້ຍົກອອກມາ, ຢູ່ພາກພື້ນກໍ່ບັນລຸໄດ້ບັນດາຄວາມກ້າວໜ້າໃດໜຶ່ງ ແຕ່ຍັງມີຂໍ້ຄົງຄ້າງຫຼາຍຢ່າງ ແລະ ມີວຽກງານຫຼາຍຢ່າງຕ້ອງເຮັດ. ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ສະພາບການຂາດຄວາມສະເໝີພາບນັບມື້ນັບຮ້າຍແຮງຂຶ້ນ, ຮຽກຮ້ອງຕ້ອງເພີ່ມທະວີຄວາມຕັດສິນໃຈຂອງບັນດາສະມາຊິກລັດຖະສະພາຍິງໃນການຊຸກຍູ້ແກ້ໄຂບັນດາບັນຫາດັ່ງກ່າວຢູ່ແຕ່ລະປະເທດ ແລະ ພາກພື້ນ. ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ຕາງໜ້າຄະນະສະມາຊິກລັດຖະສະພາຍິງປະເທດ ມາເລເຊຍ ຢືນຢັນວ່າ.

          “ພວກຂ້າພະເຈົ້າຕ້ອງມີບົດບາດສຳຄັນກວ່າໃນບັນດາບັນຫາກ່ຽວຂ້ອງເຖິງການຮັບປະກັນວຽກເຮັດງານທຳ ແລະ ລາຍຮັບຂອງແຮງງານຍິງ. ບັນດາສະມາຊິກລັດຖະສະພາຍິງ ຕ້ອງນຳໜ້າສະໜັບສະໜູນປະຕິບັດບັນດາມາດຕະການດັ່ງກ່າວເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ, ສ້າງນະໂຍບາຍວຽກເຮັດງານທຳສຳລັບແຮງງານຍິງໃຫ້ສຳເລັດ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາສະໜັບສະໜູນບັນດາມາດຕະການຮັບປະກັນວຽກເຮັດງານທຳ ແລະ ລາຍຮັບຂອງແຮງງານຍິງ”.

          ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຮອງເອົາຮ່າງມະຕິລວມກ່ຽວກັບການຊຸກຍູ້ບົດບາດຂອງສະມາຊິກລັດຖະສະພາຍິງ ໃນການຮັບປະກັນວຽກເຮັດງານທຳ ແລະ ລາຍຮັບຂອງແຮງງານຍິງ. ມະຕິໄດ້ເຕື້ອງເຖິງໜ້າທີ່ຄວາມຮັບຜິດຊອບ ແລະ ຮຽກຮ້ອງຄວາມມານະພະຍາຍາມຂອງລັດຖະບານບັນດາປະເທດອາຊຽນ, ໜ້າທີ່ຄວາມຮັບຜິດຊອບຂອງບັນດາລັດຖະສະພາສະມາຊິກ ເພື່ອແນໃສ່ຊຸກຍູ້ບັນຫານີ້ ແລະ ບັນລຸບັນດາຜົນງານທີ່ດີງາມກວ່າໃນການປະຕິບັດເປົ້າໝາຍສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍເວົ້າລວມ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງແຮງງານຍິງໃນຂົງເຂດວຽກເຮັດງານທຳ, ລາຍຮັບເວົ້າສະເພາະ.

(ແຫຼ່ງຄັດຈາກ VOV)

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

ທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ໃຫ້ຮູ້ວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ 2 ຊາດ.

Top