ຂ່າວສານ
Viettel ນຳເອົາຜະລິດຕະພັນອຸດສາຫະກຳປ້ອງກັນຊາດທັນສະໄໝໄປວາງສະແດງຢູ່ງານວາງສະແດງປ້ອງກັນຊາດໃຫຍ່ສຸດໃນພາກພື້ນ ອາຊີ - ເອີຣົບ
ໃນງານວາງສະແດງອຸດສາຫະກຳປ້ອງກັນຊາດ ແລະ ການບິນອາວະກາດສາກົນ (SAHA 2026) ທີ່ໄດ້ດຳເນີນຢູ່ Istanbul (ຕວັກກີ), ບໍລິສັດໃຫຍ່ອຸດສາຫະກຳເຕັກໂນໂລຢີສູງ Viettel (Viettel High Tech) ໄດ້ແນະນຳລະບົບນິເວດຜະລິດຕະພັນອຸດສາຫະກຳສູງ 73 ຜະລິດຕະພັນ ນອນໃນ 8 ຂົງເຂດຫຼັກ, ຜ່ານນັ້ນ ແນະນຳພື້ນຖານອຸດສາຫະກຳປ້ອງກັນຊາດ ຫວຽດນາມ ສູ່ສາກົນ. SAHA 2026 ແມ່ນໜຶ່ງໃນບັນດາເຫດການປ້ອງກັນຊາດ, ການບິນອາວະກາດ ແລະ ເຕັກໂນໂລຢີຈັກກະວານໃຫຍ່ສຸດຢູ່ພາກພື້ນ ອາຊີ - ເອີຣົບ ໄດ້ເຕົ້າໂຮມວິສາຫະກິດກວ່າ 1700 ແຫ່ງ ທີ່ມາຈາກ 120 ປະເທດ, ລວມມີບັນດາກຸ່ມບໍລິສັດປ້ອງກັນຊາດໃຫຍ່, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ການທະຫານ (ກະຊວງປ້ອງກັນປະເທດ, ອົງການປ້ອງກັນຄວາມໝັ້ນຄົງຂອງບັນດາປະເທດ), ສູນຄົ້ນຄວ້າ ແລະ ພັດທະນາ.
Viettel ຕາງໜ້າໃຫ້ ຫວຽດນາມ ເຂົ້າຮ່ວມເຫດການ ແລະ ມີຮ້ານວາງສະແດງຢູ່ເຂດວາງສະແດງບັນດາປະເທດ Hall 1, ທາງຂ້າງແມ່ນຮ້ານວາງສະແດງຂອງບັນດາປະເທດຢູ່ ອາຊີຕາເວັນຕົກ ແລະ ຕາເວັນອອກກາງ ຄື: UAE, ສະໂລວາກີ, ອາເຊັກໄບຢານ ພ້ອມດ້ວຍບັນດາເຄື່ອງໝາຍການຄ້າແຖວໜ້າໂລກຄື: Roketsan (ຕວັກກີ), Edge Group (UAE), Leonardo (ອີຕາລີ), Airbus.







