• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Viettel ເຊັນສັນ​ຍາ​ນັບ​ລ້ານ​ USD ສະ​ໜອງ​ອິນ​ເຕີ​ເນັດ 5G ຢູ່​ຕາ​ເວັນ​ອອກ​ກາງ

Viettel ຈະສະໜອງສະຖານີກະຈາຍອິນເຕີເນັດ 4G ແລະ 5G ໃຫ້ຄູ່ຮ່ວມມື High Cloud Technologies. ນີ້ແມ່ນໂຄງການໂທລະຄົມມະນາຄົມໃຫຍ່ທຳອິດຂອງ Viettel ຢູ່ພາກພື້ນຕາເວັນອອກກາງ.
ພິທີເຊັນສັນຍາລະຫວ່າງສອງບໍລິສັດ (ພາບ: VOV)

ສັນຍາທີ່ມີມູນຄ່າກວ່າ 1 ລ້ານ USD ສະໜອງລະບົບອິນເຕີເນັດ 5G ໃຫ້ແກ່ຕະຫຼາດຕາເວັນອອກກາງ ໂດຍກຸ່ມບໍລິສັດອຸດສາຫະກຳເຕັກໂນໂລຢີສູງ Viettel (Viettel High Tech) ລົງນາມກັບບໍລິສັດ High Cloud Technologies (ຂອງ UAE - ສະຫະລັດ ອາຣັບ ເອມມີເລດ) ໄດ້ດຳເນີນໃນງານວາງສະແດງການປ້ອງກັນຊາດສາກົນ ຫວຽດນາມ ປີ 2024 (ແຕ່ວັນທີ 19 – 22 ທັນວາ), ຢູ່ຮ່າໂນ້ຍ.

ຕາມສັນຍາດັ່ງກ່າວແລ້ວ, Viettel ຈະສະໜອງສະຖານີກະຈາຍອິນເຕີເນັດ 4G ແລະ 5G ໃຫ້ຄູ່ຮ່ວມມື High Cloud Technologies. ນີ້ແມ່ນໂຄງການໂທລະຄົມມະນາຄົມໃຫຍ່ທຳອິດຂອງ Viettel ຢູ່ພາກພື້ນຕາເວັນອອກກາງ.

ຕາມຜູ້ຕາງໜ້າ UAE ແລ້ວ, ບັນດາຜະລິດຕະພັນຂອງ Viettel  ໄດ້ຮັບການຕີລາຄາສູງກ່ຽວກັບຄຸນນະພາບ ແລະ ລາຄາແກ້ງແຍ້ງ ເມື່ອທຽບໃສ່ບັນດາບໍລິສັດອື່ນໆ, ຈະຊ່ວຍເປີດກວ້າງຂອບເຂດການກະຈາຍສັນຍານໂທລະຄົມມະນາຄົມຢູ່ ສະຫະລັດ ອາຣັບ ເອມມີເລດ ແລະ ເຂດອື່ນໆຢູ່ຕາເວັນອອກກາງ, ພິເສດແມ່ນບັນດາເຂດຊານເມືອງ ແລະ ຊົນນະບົດ. ສິ່ງດັ່ງກ່າວ ໄດ້ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃນການຍົກສູງການສຶກສາ ແລະ ປົວແປງຊີວິດສັງຄົມຢູ່ປະເທດປະຈຳຖິ່ນ.

(ແຫຼ່ງຄັດຈາກ VOV)

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ”.

Top