• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Vietnam Report ປະ​ກ​າດ 10 ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ອິ​ດ​ທິ​ພົນ​ຊື່​ສຽງ​ໃນ​ປີ 2024

Vietnam Report ໃຫ້ຮູ້ວ່າ ໃນໄຕມາດທີ 1/2024, ລາຍຮັບອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານບັນລຸເກືອບ 36,3ຕື້ USD, ເພີ່ມຂຶ້ນ 17,7%; ປີນີ້ ຫວຽດນາມ ຄາດວ່າຈະເປີດໜ້າໃໝ່ເຕັມໄປດ້ວຍແງ່ຫວັງໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີຢູ່ ຫວຽດນາມ.
ບັນຊີລາຍຊື່ Top 10 ບໍລິສັດເຕັກໂນໂລຢີທີ່ມີອິດທິພົນຊື່ສຽງໃນປີ 2024 (ພາບ: vietnamreport.net.vn)

ວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນລາຍການຕີລາຄາ ຫວຽດນາມ Vietnam Report  ໄດ້ປະກາດບັນຊີລາຍຊື່ Top 10 ບໍລິສັດເຕັກໂນໂລຢີທີ່ມີອິດທິພົນຊື່ສຽງໃນປີ 2024. ຕາມນັ້ນແລ້ວ, ບັນຊີລາຍຊື່ລວມມີ: ກຸ່ມບໍລິສັດ ອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ (Viettel), ບໍລິສັດຫຸ້ນສ່ວນ FPT, ກຸ່ມບໍບິສັດໄປສະນີໂທລະຄົມມະນາຄົມ ຫວຽດນາມ, ບໍລິສັດໃຫຍ່ໂທລະຄົມມະນາຄົມ Mobifone, ບໍລິສັດຫຸ້ນສ່ວນກຸ່ມບໍລິສັດເຕັກໂນໂລຢີ CMC, ກຸ່ມບໍລິສັດການບໍລິການໂທລະຄົມມະນາຄົມ, ບໍລິສັດຫຸ້ນສ່ວນ Hanel, ບໍລິສັດຫຸ້ນສ່ວນເຕັກໂນໂລຢີ ແລະ ສື່ມວນຊົນ ຫວຽດນາມ, ບໍລິສັດຈຳກັດຜູ້ດຽວ ຂໍ້ມູນເອເລັກໂຕນິການເດີນເຮືອ ຫວຽດນາມ, ບໍລິສັດຫຸ້ນສ່ນເຕັກໂນໂລຢີ ຕຽນຟາດ. ນອກຈາກນັ້ນ, Vietnam Report ກໍ່ປະກາດ Top 10 ບໍລິສັດເຕັກໂນໂລຢີສະໜອງຜະລິດຕະພັນ, ການບໍລິການ, ວິທີການຫັນເປັນດີຈີຕອນທີ່ມີອິດທິພົນຊື່ສຽງໃນປີ 2024. Vietnam Report ໃຫ້ຮູ້ວ່າ ໃນໄຕມາດທີ 1/2024, ລາຍຮັບອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານບັນລຸເກືອບ 36,3ຕື້ USD, ເພີ່ມຂຶ້ນ 17,7%. ປີນີ້, ຄາດວ່າຈະເປີດໜ້າໃໝ່ເຕັມໄປດ້ວຍແງ່ຫວັງໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ວັນທີ 27 ກັນຍາ, ຫວຽດນາມ ແລະ ກຸຍບາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່.

Top