• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Vietnam Cultural Show London 2024: ໂຄ​ສະ​ນາ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ສູ່​ເພື່ອນ​ມິດ​ສາ​ກົນ

ວັນທີ 19 ພຶດສະພາ, ມີນັກສິລະປິນ, ນາງແບບອາຊີບ ແລະ ສະໝັກຫຼີ້ນຂອງ ຫວຽດນາມ ແລະ ສາກົນກວ່າ 100 ຄົນ ໄດ້ເຂົ້າຮ່ວມການສະແດງໃນລາຍການວັດທະນະທຳ “Vietnam Cultural Show London 2024 ກັບເພື່ອນມິດອັງກິດ ແລະ ສາກົນ ກໍຄືປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອັງກິດ.
ລາຍການໄດ້ແນະນຳບັນດາປະເພດສິລະປະ ແລະ ວັດທະນະທຳທີ່ເປັນເອກະລັກ, ພົ້ນເດັ່ນຂອງທັງ 3 ພາກເໜືອ - ກາງ - ໃຕ້ ຂອງ ຫວຽດນາມ (ພາບ: TTXVN)

ບັນດາລາຍການສະແດງດົນຕີ ແລະ ແຟຊັນທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ, ແນະນຳບັນດາປະເພດສິລະປະ ແລະ ວັດທະນະທຳທີ່ເປັນເອກະລັກ, ພົ້ນເດັ່ນຂອງທັງ 3 ພາກເໜືອ - ກາງ - ໃຕ້ ຂອງ ຫວຽດນາມ ໃນລາຍການ  ອັນໄດ້ຮັບການຄວາມສົນໃຈ ແລະ ກຳລັງໃຈຢ່າງລົ້ນເຫຼືອຈາກຜູ້ຊົມກວ່າ 300 ຄົນ, ເຊິ່ງເປັນຊາວ ຫວຽດນາມ ດຳລົງຊີວິດຢູ່ ອັງກິດ ແລະ ເພື່ອນມິດສາກົນທີ່ຮັກສິລະປະ ແລະ ວັດທະນະທຳ ຫວຽດນາມ.

ລາຍການດັ່ງກ່າວ ແມ່ນຂໍ້ລິເລີ່ມຂອງສະຫະພັນແມ່ຍິງສາກົນ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ, ບໍລິສັດ Park Pharmacy ແລະ ເຄື່ອງໝາຍການຄ້າ ຊຸດເສື້ອຍາວ Love Collection ເຊິ່ງໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ເຊີດຊູ ແລະ ແຜ່ຂະຫຍາຍຄວາມງາມຂອງວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ ພ້ອມທັງຍົກສູງພາບພົດປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ.

(ແຫຼ່ງຄັດຈາກ VOV)

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ”.

Top