• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Vietnam Airlines ເປີດສາຍການບິນໂດຍກົງລະຫວ່າງນະຄອນ ໂຮ່ຈີມິນ - ບາລີ

ເຮືອບິນໝາຍເລກ VN641 ນຳສົ່ງຜູ້ໂດຍສານ 161 ຄົນ, ດ້ວຍເຮືອບິນ Airbus A321, ໄດ້ເລີ່ມອອກເດີນທາງຈາກສະໜາມບິນສາກົນ ເຕີນເຊີນເຍິດ ໃນຕອນເຊົ້າວັນທີ 01 ມິຖຸນາ
(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ ກ່າວຄຳເຫັນທີ່ເຫດການ)

ວັນທີ 01 ມິຖຸນາ, ບໍລິສັດການບິນແຫ່ງຊາດ Vietnam Airlines ໄດ້ເປີດສາຍການບິນໂດຍກົງລະຫວ່າງນະຄອນ ໂຮ່ຈີມິນ ໄປ Denpasar, ເມືອງເອກທ່ອງທ່ຽວຂອງເກາະ ບາລີ, ປະເທດ ອິນໂດເນເຊຍ.

ເຮືອບິນໝາຍເລກ VN641 ນຳສົ່ງຜູ້ໂດຍສານ 161 ຄົນ, ດ້ວຍເຮືອບິນ Airbus A321, ໄດ້ເລີ່ມອອກເດີນທາງຈາກສະໜາມບິນສາກົນ ເຕີນເຊີນເຍິດ ໃນຕອນເຊົ້າວັນທີ 01 ມິຖຸນາ ແລະ ລົງຈອດຢູ່ສະໜາມບິນສາກົນ Ngurah Rai – Denpasar ພາຍຫຼັງການເດີນທາງເປັນເວລາເກືອບ 3 ຊົ່ວໂມງ. ນີ້ແມ່ນແຫ່ງທີ 2 ຢູ່ ອິນໂດເນເຊຍ ແລະ ແມ່ນບາດກ້າວຍຸດທະສາດເພື່ອເປີດກວ້າງສາຍການບິນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພ້ອມກັນນັ້ນ, ກໍ່ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບຫຼາຍຂຶ້ນຂອງແຂກທ່ອງທ່ຽວ ຫວຽດນາມ ແລະ ອິນໂດເນເຊຍ.

ຕາມແຜນການ, ໃນໄລຍະເບື້ອງຕົ້ນ, Vietnam Airlines ໄດ້ຂຸດຄົ້ນສາຍການບິນນະຄອນ ໂຮ່ຈີມິນ - ບາລີ ດ້ວຍ 4 ຖ້ຽວບິນໄປກັບ/ອາທິດ. ແຕ່ເດືອນ ກໍລະກົດ, ຈະເພີ່ມຂຶ້ນເປັນ 7 ຖ້ຽວ/ອາທິດ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງຕະຫຼາດທີ່ນັບມື້ນັບສູງຂຶ້ນ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, Vietnam Airlines ກໍ່ເປີດສາຍການບິນໂດຍກົງລະຫວ່າງ Busan, ສ.ເກົາຫຼີ ແລະ ຍາຈາງ (ຫວຽດນາມ), ດ້ວຍ 1 ຖ້ຽວບິນ/ວັນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຍອມ​ຮັບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຈ​ລະ​ຈາ​ທາງ​ການ​ຄ້າ​ກັບ ຈີນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຍອມ​ຮັບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຈ​ລະ​ຈາ​ທາງ​ການ​ຄ້າ​ກັບ ຈີນ

ວັນທີ 4 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຍອມຮັບວ່າປະສົບກັບຄວາມຫຍຸ້ງຍາກໃນການເຈລະຈາທາງການຄ້າກັບ ຈີນ.

Top