• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)

ດ້ວຍຈຳນວນເຮືອບິນກ່ວາ 105 ລຳ ແລະ ຈຳນວນຜູ້ໂດຍສານເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ, Vietjet ພວມຕັ້ງໜ້າເປີດກ້ວາງສາຍການບິນອອກສູ່ບັນດາທະວີບ, ພັດທະນາຈຸບິນໃໝ່ ແລະ ທັນສະໄໝ ພ້ອມກັບຄູ່ຮ່ວມມືຍຸດທະສາດ.

ວັນທີ 25 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ບໍລິສັດການບິນ Vietjet ໄດ້ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ  ກັບນະຄອນຫຼວງ ວຽງຈັນ, ເປີດກ້ວາງໂອກາດຮ່ວມມືພັດທະນາເສດຖະກິດ, ການທ່ອງທ່ຽວ, ການພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ - ລາວ. ສາຍການບິນ ນະຄອນ ໂຮ່ຈີມິນ - ນະຄອນຫຼວງ ວຽງຈັນ ມີ 4 ຖ້ຽວໄປ - ກັບ/ອາທິດ, ໃນວັນຈັນ, ວັນພຸດ, ວັນສຸກ, ວັນອາທິດ, ໂດຍໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີ.

ດ້ວຍຈຳນວນເຮືອບິນກ່ວາ 105 ລຳ ແລະ ຈຳນວນຜູ້ໂດຍສານເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ, Vietjet ພວມຕັ້ງໜ້າເປີດກ້ວາງສາຍການບິນອອກສູ່ບັນດາທະວີບ, ພັດທະນາຈຸບິນໃໝ່ ແລະ ທັນສະໄໝ ພ້ອມກັບຄູ່ຮ່ວມມືຍຸດທະສາດ. ຫວ່າງມໍ່ໆມານີ້, ໃນວັນທີ 22 ກຸມພາ, ທີ່ງານວາງສະແດງການບິນສາກົນ Singapore Airshow 2024, ບໍລິສັດການບິນ Vietjet ແລະ ກຸ່ມບໍລິສັດຜະລິດເຮືອບິນ Airbus ຫາກໍ່ເຊັນຂໍ້ຕົກລົງຫຼັກການ ທີ່ສັ່ງຊື້ເຮືອບິນລຸ້ນໃໝ່ A330neo (A330-900) ຈຳນວນ 20 ລຳ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top