• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Vietjet ລົງນາມຊື້ເຮືອບິນ Boeing 100 ລຳ ແລະ ເຮືອບິນ Airbus 50 ລຳ

ວັນທີ 20 ກໍລະກົດ, ຢູ່ງານວາງສະແດງການບິນໂລກ Farnborough Airshow 2018 ຢູ່ອັງກິດ, ບໍລິສັດການບິນລຸ້ນໃໝ່ Vietjet ໄດ້ລົງນາມໃນໃບສັ່ງຊື້ໃຫຍ່ 2 ໃບກັບກຸ່ມບໍລິສັດຜະລິດເຮືອບິນແຖວນໜ້າຂອງໂລກ Boeing (ອາເມລິກາ) ແລະ Airbus (ຝລັ່ງ).


ບໍລິສັດການບິນລຸ້ນໃໝ່ Vietjet ໄດ້ລົງນາມໃນໃບສັ່ງຊື້ໃຫຍ່ 2 ໃບ

ກັບກຸ່ມບໍລິສັດຜະລິດເຮືອບິນແຖວນໜ້າຂອງໂລກ Boeing

(ພາບ:toquoc.vn)

ທ່ານນາງ ຫງວຽນທິເຟືອງຖາວ, ຜູ້ອຳນວຍການໃຫຍ່ Vietjet ແລະ ທ່ານ Kevin McAllister, ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Boeing ໄດ້ພ້ອມກັນລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 737 MAX 100 ລຳ ດ້ວຍມູນຄ່າ 12,7 ຕື້ USD ເພື່ອຮັບໃຊ້ໃຫ້ແຜນການຮ່ວມສຳພັນທາງການບິນຂອງບໍລິສັດໃນພາກພື້ນ ແລະ ໃນໂລກ.

        ສ່ວນໃບສັ່ງຊື້ເຮືອບິນທີ່ລົງນາມກັບ Airbus ແມ່ນບົດບັນທຶກຊ່ວຍຈຳ (MOU) ຈ່ອງຊື້ເຮືອບິນ A321neo ລຸ້ນໃໝ່ລ່າສຸດ 50 ລຳ, ດ້ວຍມີມູນຄ່າ 6,5 ຕື້ USD ໂດຍຮອງຜູ້ອຳນວຍການໃຫຍ່ Vietjet ແລະ ຜູ້ອຳນວຍການໃຫຍ່ການຄ້າ Airbus ພ້ອມກັນລົງນາມ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top