• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VietChallenge ຈັດ​ຕັ້ງ​ເຫດ​ການ​ຢູ່ Nasdaq, ເພື່ອ​ແນ​ໃສ່​ເຊີດ​ຊູ​ຈິດ​ໃຈ Startup ຫວຽດ

ຕອນຄ່ຳວັນທີ 10 ພະຈິກ (ຕາມເວລາ ອາເມລິກາ), ອົງການບໍ່ຫວັງຜົນກຳໄລ VietChallenge ໄດ້ຈັດເຫດການຢູ່ ຕະຫຼາດຫຼັກຊັບ Nasdaq, New York (ອາເມລິກາ), ເພື່ອແນໃສ່ເຊີດຊູຈິດໃຈ Startup ຫວຽດໃນທົ່ວໂລກ.
ອົງການບໍ່ຫວັງຜົນກຳໄລ VietChallenge ຈັດເຫດການຢູ່ ຕະຫຼາດຫຼັກຊັບ Nasdaq, New York (ອາເມລິກາ) (ພາບ: TTXVN)

ເຂົ້າຮ່ວມເຫດການ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດານັກທຸລະກິດ ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລົງທຶນ, ດຳເນີນທຸລະກິດລະຫວ່າງ ຫວຽດນາມ ແລະ ອາເມລິກາ. ເຫດການ ຂອງ VietChallenge ປີ 2023 ຍັງຈັດຕັ້ງການປຶກສາຫລື ດ້ວຍການເຂົ້າຮ່ວມຂອງບັນດາຜູ້ປະດິດສ້າງຂອງບັນດາບໍລິສັດ Startup ດີເດັ່ນຄື Wombi Rose (LovePop), Jean Pham (Cellens) và Adam Nguyen (IvyLink)…ບັນດານັກປະຖະກະຖາ ໄດ້ແບ່ງປັນກ່ຽວກັບວິວັດການ Startup ດ້ວຍເລື່ອງລາວຕ່າງໆທີ່ສ້າງແຫຼ່ງບັນດານໃຈ ແລະ ບົດຮຽນອັນລ້ຳຄ່າຂອງບັນດານັກທຸລະກິດໜຸ່ມ.

ຜ່ານເຫດການນີ້, VietChallenge ບໍ່ພຽງແຕ່ຢາກເຊີດຊູບັນດາຜູ້ມີຄວາມເກັ່ງກ້າສາມາດ Startup ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເຕົ້າໂຮມ ແລະ ແລກປ່ຽນຄວາມຮູ້, ບົດຮຽນປະສົບການຂອງນັກທຸລະກິດລຸ້ນຕ່າງໆ, ສ້າງກາລະໂອກາດໃໝ່ໃຫ້ແກ່ການພັດທະນາຂອງປະຊາຄົມ Startup ຂອງ ຫວຽດນາມ ໃນທົ່ວໂລກອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top