• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

USAID ຈະ​ເດີນ​ທາງ​ກັບ ຫວຽດ​ນາມ ເພີ່ມ​ທະ​ວີ​ແຫຼ່ງ​ພະ​ລັງ​ງານ​ທົດ​ແທນ

ວັນທີ 21 ກໍລະກົດ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນໂຮ່ຈີມິນ ໄດ້ສົມທົບກັບໂຄງການໜູນຊ່ວຍເຕັກນິກພະລັງງານແບບກະຈາຍໃນຕົວເມືອງ ຫວຽດນາມ, ອົງການພັດທະນາສາກົນ ອາເມລິກາ (USAID) ຈັດຕັ້ງກອງປະຊຸມສຳມະນາ “ວິທີການການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ”.
  ກອງປະຊຸມສຳມະນາ “ວິທີການການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ” (ພາບ: TTXVN)  

ທີ່ກອງປະຊຸມສຳມະນາ, ທ່ານນາງ ຫງວຽນທິກິມງອກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ຂະແໜງອຸດສາຫະກຳ ແລະ ການຄ້າ ນະຄອນ ພວມມຸ່ງໄປເຖິງເປົ້າໝາຍສ້າງຄວາມລຶ້ງເຄີຍໃນການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນໃນທຸກການເຄື່ອນໄຫວຂອງສັງຄົມ, ຫຼຸດຜ່ອນຄວາມເຂັ້ມຂອງພະລັງງານໃນບັນດາຂະແໜງອາຊີບ, ຂົງເຂດເສດຖະກິດ… ພິເສດ, ຂະແໜງອຸດສາຫະກຳ ແລະ ການຄ້າຈະຊຸກຍູ້ກັນວິທີການປະຢັດພະລັງງານໃຫ້ເປັນຫຼາຍຮູບແບບ ເພື່ອກາຍເປັນການເຄື່ອນໄຫວປະຈຳຕໍ່ຮາກຖານທີ່ນຳໃຊ້ພະລັງງານຈຸດສຸມ ແລະ ຂະແໜງເສດຖະກິດຈຸດສຸມທີ່ຊົມໃຊ້ພະລັງງານເປັນຈຳນວນຫຼາຍ, ມຸ່ງໄປເຖິງເປົ້າໝາຍການເຕີບໂຕຂຽວ ແລະ ພັດທະນາແບບຍືນຍົງ.

ຕາມທ່ານ James Gilman, ຫົວໜ້າຫ້ອງການປົວແປງ ແລະ ພັດທະນາການເຊື່ອມຕົວ, ອົງການພັດທະນາສາກົນ ອາເມລິກາ (USAID) ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດພວມມີພື້ນຖານເສດຖະກິດພັດທະນາຢ່າງແຮງ, ດັ່ງນັ້ນ ໄດ້ ແລະ ພວມມີຄວາມຕ້ອງການເພີ່ມພະລັງງານສູງ. USAID ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງກັບ ຫວຽດນາມ ໃນການເພີ່ມທະວີແຫຼ່ງພະລັງງານສະອາດ, ພະລັງງານທົດແທນ, ພ້ອມກັນນັ້ນ USAID ກໍ່ຈະຊຸກຍູ້ ແລະ ໜູນຊ່ວຍບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດຫວຽດນາມ ຊ່ວຍສ້າງຂະແໜງພະລັງງານແບບຍືນຍົງ, ຮັບປະກັນການເຕີບໂຕຂຽວ, ປົກປັກຮັກສາສິ່ງແວດລ້ອມ...

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top