• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Unitel ສະ​ເຫຼີມ​ສະ​ຫຼອງ 10 ປີ ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ລາວ

ຕາມນັກຂ່າວ vov ປະຈຳ ສປປ.ລາວ ແລ້ວ, ຕອນຄ່ຳວັນທີ 23 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ ປະເທດລາວ, ບໍລິສັດ Star Telecom Unitel - ຮ່ວມທຸລະກິດລະຫວ່າງ ກຸ່ມບໍລິສັດ Viettel (ຫວຽດນາມ) ແລະ Lao Asia Telecom (ລາວ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີ ແຫ່ງການດຳເນີນທຸລະກິດ ຢູ່ ລາວ ແລະ ຕ້ອນຮັບ ລາງວັນອັນສູງສຸດຫຼາຍຢ່າງຈາກສອງປະເທດ ຫວຽດນາມ - ລາວ.

ທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ມອບຫຼຽນໄຊອິດສະຫຼະຊັ້ນໜຶ່ງ, ຫຼຽນໄຊພັດທະນາຊັ້ນໜຶ່ງ ໃຫ້ແກ່ບໍລິສັດ Star Telecom (ພາບ: nhandan.com.vn)

ເຂົ້າຮ່ວມພິທີມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາວ, ທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຕ່າງໆ ຂອງ ລາວ, ແລະ ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ, ການນຳກຸ່ມບໍລິສັດ Viettel  ແລະ ພະນັກງານ, ພາລະກອນ ບໍລິສັດ Viettel ເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ລິວແມັ້ງຮ່າ, ຜູ້ອຳນວຍການໃຫຍ່ບໍລິສັດ Unitel ໃຫ້ຮູ້ວ່າ: ພາຍຫຼັງດຳເນີນມາເປັນເວລາ 10 ປີ, ປັດຈຸບັນ Viettel ໄດ້ກໍ່ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມທີ່ມີລະດັບເທົ່າທຽບກັບພາກພື້ນ ແລະ ໂລກ, ລວມມີຄວາມຖີ່ຂອງເຄືອຂ່າຍອິນເຕີແນັດ ໂທລະສັບມືຖື 3G, 4G, 4.5G ປົກຄຸມ 100% ຂອງແຂວງ, ນະຄອນຂອງລາວ…ໜູນຊ່ວຍໃຫ້ແກ່ປະຊາຊົນລາວຫຼາຍລ້ານຄົນໄດ້ສຳຜັດກັບໂທລະຄົມມະນາຄົມ, ລົບລ້າງໄລຍະຫ່າງລະຫວ່າງຕົວເມືອງ ແລະ ຊົນນະບົດ, ຊຸກຍູ້ເສດຖະກິດສັງຄົມພັດທະນາ. ປະກອບສ່ວນເຂົ້າງົບປະມານຂອງ ລາວ ເກືອບ 650 ລ້ານ USD, ສ້າງວຽກເຮັດງານທຳໃຫ້ແກ່ ຜູ້ອອກແຮງງານ 2000 ຄົນ ຢ່າງເປັນທາງການ ແລະ ແຮງງານບໍ່ເປັນທາງການກ່ວາ 20.000ຄົນ.

        ເນື່ອງໃນໂອກາດນີ້, Unitel ໄດ້ເປັນກຽດຕ້ອນຮັບຫຼຽນໄຊອິດສະຫຼະຊັ້ນໜຶ່ງ, ຫຼຽນໄຊພັດທະນາຊັ້ນໜຶ່ງຂອງ ລັດລາວ ແລະ ຫຼຽນໄຊແຮງງານຊັ້ນ 3 ຂອງ ລັດ ຫວຽດນາມ ເປັນການຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ບໍລິສັດ ໃຫ້ແກ່ການພັດທະນາຂອງປະເທດລາວ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ແລະ ຄະນະປະຈຳພັກລັດຖະບານ ເພື່ອຮັບຟັງບົດລາຍງານຂອງກະຊວງສຶກສາ ແລະ ບຳລຸງສ້າງ ແລະ ບົດລາຍງານຂອງກະຊວງສາທາລະນະສຸກ

Top