• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNICEF ຊົມ​ເຊີຍ ຫຽດ​ນາມ ໃຫ້​ສັດ​ຕະ​ຍາ​ບັນ ໂຄງ​ການ​ປົກ​ປ້ອງ​ເດັກ ໃນ​ເຄືອ​ຂ່າຍອິນ​ເຕີ​ເນັດ

UNICEF ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ນາຍົກລັດຖະມົນຕີ ຫວຽດນາມ ຫາກໍໃຫ້ສັດຕະຍາບັນ ໂຄງການ “ປົກປ້ອງ ແລະ ຊ່ວຍເຫຼືອເດັກ ມີການສຳຜັດຢ່າງປອດໃສ, ປະດິດຄິດສ້າງ ໃນເຄືອຂ່າຍ ອິນເຕີເນັດ ໄລຍະ 2021 – 2025”. 
(ພາບປະກອບ: TTXVN)

ວັນທີ 11 ມິຖຸນາ, UNICEF ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ນາຍົກລັດຖະມົນຕີ ຫວຽດນາມ ຫາກໍໃຫ້ສັດຕະຍາບັນ ໂຄງການ “ປົກປ້ອງ ແລະ ຊ່ວຍເຫຼືອເດັກ ມີການສຳຜັດຢ່າງປອດໃສ, ປະດິດຄິດສ້າງ ໃນເຄືອຂ່າຍ ອິນເຕີເນັດ ໄລຍະ 2021 – 2025”. ນີ້ແມ່ນໂຄງການລະດັບຊາດທຳອິດຂອງ ຫວຽດນາມ ເພື່ອແນໃສ່ປົກປ້ອງ ແລະ ຊ່ວຍເຫຼືອເດັກຜ່ານເຄືອຂ່າຍອິນເຕີເນັດ.

        ສຳລັບໂຄງການນີ້, UNICEF  ຫວັງວ່າ ລັດຖະບານ ຫວຽດນາມ ຈະຮ່ວມມືກັບຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ເພື່ອໄປທັນກັບລະດັບການປ່ຽນແປງ ແລະ ປົກປ້ອງເດັກຫຼີກລ້ຽງຈາກບັນດາຄວາມສ່ຽງ ແລະ ສິ່ງທີ່ກໍ່ຜົນຮ້າຍໃໝ່ ກໍຄືຮັບປະກັນວ່າ ອິນເຕີເນັດ ຍາມໃດກໍປອດໄພສຳລັບເດັກ. ພາກສ່ວນເອກະຊົນ ແລະ ບັນດາອົງການຈັດຕັ້ງມະຫາຊົນ ຄວນສົ່ງເສີມເພື່ອຍົກອອກບັນດາມາດຕະການ ແລະ ບັນດາໂອກາດທີ່ແຕກຕ່າງກັນ ເພື່ອປົກປ້ອງເດັກໃນເຄືຍຂ່າຍອິນເຕີເນັດ. 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top