ຂ່າວສານ
UNESCO ຮັບຮອງເອົາຂໍ້ຕົກລົງກ່ຽວກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກ ພະລາດຊະວັງ ທັງລອງ
ວັນທີ 10 ກໍລະກົດ, ໃນຂອບເຂດກອງປະຊຸມຄັ້ງທີ 47 ຄະນະກຳມະການມໍລະດົກໂລກຂອງອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ຄະນະກຳມະການມໍລະກົດໂລກໄດ້ເຫັນດີຮັບຮອງເອົາຂໍ້ຕົກລົງກ່ຽວກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກພະລາດຊະວັງ ທັງລອງ.
ທ້າຍເດືອນ ກໍລະກົດ ນີ້, ຄະນະຜູ້ແທນລະຫວ່າງຂະແໜງສູນມໍລະດົກໂລກ/ ICOMOS ຈະເດີນທາງໄປ ຫວຽດນາມ, ເພື່ອຕີລາຄາບັນດາຄວາມມານະພະຍາຍາມຜັນຂະຫຍາຍຂອງ ຫວຽດນາມ, ໃຫ້ຄຳປຶກສາກະກຽມສຳເນົາເອກະສານວິທະຍາສາດເພື່ອຍື່ນສະເໜີບົດລາຍງານສະພາບຕົວຈິງຂອງເຂດອະນຸລັກຮັກສາມໍລະດົກພະລາດຊະວັງ ທັງລອງ, ສະເໜີຍຸດທະສາດກໍ່ສ້າງວັງ ກິງທຽນ ແລະ ເຂດຫໍກາງ ກິງທຽນ ກ່ອນວັນທີ 01 ກຸມພາ 2026 ແລະ ຄະນະກຳມະການມໍລະດົກໂລກຈະພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມຄັ້ງທີ 48 ໃນປີ 2026.