• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Tour ທ່ອງທ່ຽວຍາມຄ່ຳຄືນທຳອິດຂອງນະຄອນ ໂຮ່ຈີມິນ

ໃນໄລຍະຈະມາເຖິງ ຈະມີຫຼາຍຜະລິດຕະພັນທ່ອງທ່ຽວ ເປັນເອກະລັກສະເພາະທີ່ຄ້າຍຄືກັນຫຼາຍກວ່າ, ເພື່ອນຳມາໃຫ້ແຂກທ່ອງທ່ຽວບັນດາ ສີສັນກ່ຽວກັບນະຄອນຂະຫຍັນຂັນເຄື່ອນ.
(Tour ທ່ອງທ່ຽວ “ເມືອງ 1 - ສີສັນໃນຕອນຄ່ຳ”)

Tour ທ່ອງທ່ຽວ “ເມືອງ 1 - ສີສັນໃນຕອນຄ່ຳ” ຫາກໍ່ເປີດຢ່າງເປັນທາງການຢູ່ນະຄອນ ໂຮ່ຈີມິນ. ເຄີຍເຫັນແລ້ວ ແຕ່ແປກປະຫຼາດ, ນັ້ນແມ່ນຄວາມຮູ້ສຶກຂອງຫຼາຍຄົນ, ນັບທັງຊາວນະຄອນ ກໍຄືແຂກທ່ອງທ່ຽວ, ເມື່ອເຂົ້າຮ່ວມບັນດາ tour ທ່ອງທ່ຽວພິເສດນີ້.

ເຂົ້າຮ່ວມ tour ທ່ອງທ່ຽວ, ແຂກທ່ອງທ່ຽວຈະຮູ້ສຶກໄດ້ວ່າ ເມືອງ 1, ເມືອງໃຈກາງຂອງນະຄອນ ມີຄວາມແຕກຕ່າງຫຼາຍຍາມຄ່ຳຄືນ. ດ້ວຍບັນດາເນື້ອໃນທີ່ຈະໄດ້ເຂົ້າຮ່ວມ, ຄື: ຊອກຮູ້ປະຫວັດຄວາມເປັນມາ ກວ່າ 300 ປີ ຂອງນະຄອນ ໂຮ່ຈີມິນ; ຮັບປະທານອາຫານຢູ່ບັນດາຮ້ານອາຫານ; ຢ້ຽມຊົມ, ຊື້ເຄື່ອງຂອງຢູ່ຕະຫຼາດ ເບັນແທ່ງ…

ໂດຍໄດ້ດຳລົງຊີວິດເປັນເວລານັບສີບປີຢູ່ເມືອງ 1, ແຕ່ແຂກທ່ອງທ່ຽວຫຼາຍຄົນຍັງງົງງວຍຕໍ່ບັນຍາກາດ ອຶກກະທຶກຄຶກໂຄມຂອງຕະຫຼາດ ເບັນແທ່ງ ແລະ ເຂດທ່ອງທ່ຽວຈຳນວນໜຶ່ງ. ປ້າ ເຈິ່ນທິເຮືອງ, ແຂກທ່ອງທ່ຽວ ເຂົ້າຮ່ວມtour ທ່ອງທ່ຽວ, ໃຫ້ຮູ້ວ່າ:

“ເຂົ້າຮ່ວມການທ່ອງທ່ຽວຍາມຄ່ຳຄືນໄດ້ສ້າງຄວາມດຶງດູດໃຈຕໍ່ຂ້າພະເຈົ້າ. ຄວາມຈິງແມ່ນ, ກ່ອນນີ້, ຂ້າພະເຈົ້າກໍ່ເຄີຍໄປຫຼິ້ນໃນຕອນຄ່ຳ, ກັບເດິກ ແຕ່ເວລານັ້ນຍັງບໍ່ທັນຮູ້ສຶກຢ່າງເລິກເຊິ່ງກ່ຽວກັບນະຄອນ ໃນຕອນຄ່ຳ ແມ່ນມີຄວາມແຕກຕ່າງຫຼາຍເມື່ອທຽບໃສ່ຕອນກາງເວັນ. ຕອນກາງເວັນ, ນະຄອນອຶກກະທຶກ ຄຶກໂຄມແບບອື່ນ, ສ່ວນເມື່ອຮອດຕອນຄ່ຳ ທຸກຄົນເບິ່ງຄືວ່າພວມຜັກຜ່ອນຢ່ອນອາລົມ”.

ໃນເບື້ອງຕົ້ນ, tour ທ່ອງທ່ຽວຍາມຄ່ຳຄືນຂອງນະຄອນໄດ້ອອກແບບ ແລະ ຈັດຕັ້ງ, ສົມທົບກັບບັນດາ ການເຄື່ອນໄຫວຮັບຊົມສິລະປະ, ໄປຢ້ຽມຊົມຖະໜົນຍາມຄ່ຳຄືນ, ຊື້ - ຂາຍ, ຮັບປະທານອາຫານ… ປ້າ ຫງວຽນທິທູເວິນ, ແຂກທ່ອງທ່ຽວເຂົ້າຮ່ວມ tour ທ່ອງທ່ຽວປາດຖະໜາວ່າ, ໃນໄລຍະຈະມາເຖິງ ຈະມີຫຼາຍຜະລິດຕະພັນທ່ອງທ່ຽວເປັນເອກະລັກສະເພາະທີ່ຄ້າຍຄືກັນຫຼາຍກວ່າ, ເພື່ອນຳມາໃຫ້ແຂກທ່ອງທ່ຽວບັນດາສີສັນກ່ຽວກັບນະຄອນຂະຫຍັນຂັນເຄື່ອນ.

“ຕ້ອງສ້າງຫຼາຍຜະລິດຕະພັນຂອງເມືອງອື່ນຕື່ມອີກ. ບັນດາເຂດໃກ້ຄຽງກໍ່ມີຈຸດທີ່ເປັນເອກະລັກສະເພາະ ທີ່ແຕກຕ່າງກັນ, ອາດຈະແມ່ນ ວັດ, ເຂດປູຊະນີຍະສະຖານ. ຂ້າພະເຈົ້າເຫັນວ່າ tour ທ່ອງທ່ຽວຕ້ອງ ຂຶ້ນແຜນຢ້ຽມຊົມບັນດາສະຖານທີ່ຄືແນວນັ້ນ. ນອກນັ້ນ, ນະຄອນມີທ່າກຳປັ່ນ ຍ່າຣົ່ງ, ຖ້າເຮັດໄດ້, ຄວນປະດັບປະດາດ້ວຍລະບົບດອກໄຟ, ສ້າງແສງສີໃຫ້ສວຍງາມກວ່າ”.

ທ່ານ ເຈິ່ນເທຢຸງ, ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວ Vietluxtour, ຫົວໜ່ວຍຂຸດຄົ້ນ tour ທ່ອງທ່ຽວ “ເມືອງ 1 - ສີສັນຍາມຄ່ຳຄືນ”, ໃຫ້ຮູ້ວ່າ, ບັນດາການເຄື່ອນໄຫວດ້ານເສດຖະກິດຍາມຄ່ຳຄືນຂອງນະຄອນ ໂຮ່ຈີມິນ ແມ່ນອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບທີ່ສຸດ. ໃນໄລຍະຈະມາເຖິງ, ຂະແໜງທ່ອງທ່ຽວນະຄອນ ຈະຊຸກຍູ້ການໂຄສະນາຢ່າງມີແບບມີແຜນ ເພື່ອສ້າງເປັນບັນດາຜະລິດຕະພັນທ່ອງທ່ຽວມີລັກສະນະພິເສດສະເພາະ.

“ສິ້ນສຸດ tour ທ່ອງທ່ຽວຍາມຄ່ຳຄືນນີ້, ບໍ່ແມ່ນສິ້ນສຸດລາຍການ ແຕ່ພວກຂ້າພະເຈົ້າສືບຕໍ່ແນະນຳເຖິງ ແຂກທ່ອງທ່ຽວບັນດາສະຖານທີ່ອື່ນໆອີກ. ແຂກມາຢ້ຽມຢາມສາມາດຊອກຮູ້ tour ທ່ອງທ່ຽວ, ຫຼື ສາມາດສັ່ງຈ່ອງກັບພວກຂ້າພະເຈົ້າຜ່ານ tour ທ່ອງທ່ຽວຕໍ່ໄປ. ນະຄອນ ໂຮ່ຈີມິນ ມີສະຖານທີ່ຫຼາຍແຫ່ງ ເພື່ອໃຫ້ແຂກທ່ອງທ່ຽວລະຫຼິ້ນ, ບັນເທິງ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສົມທົບບັນດາລາຍການ ທ່ອງທ່ຽວ ເພື່ອສົ່ງເສີມຢູ່ຕ່າງປະເທດ, ໂຄສະນາເພື່ອໃຫ້ນັບມື້ນັບມີແຂກທ່ອງທ່ຽວຫຼາຍຄົນຮູ້ຈັກເຖິງ ຜະລິດຕະພັນ tour ທ່ອງທ່ຽວຍາມຄ່ຳຄືນນີ້”.

ເສດຖະກິດຍາມຄ່ຳຄືນ(night - time economy) ພວມດຶງດູດຄວາມສົນໃຈຂອງຫຼາຍປະເທດ, ພິເສດແມ່ນບັນດາປະເທດມີຂະແໜງທ່ອງທ່ຽວພັດທະນາ, ໃນນັ້ນມີ ຫວຽດນາມ. ນາຍົກລັດຖະມົນຕີ ຫວຽດນາມ ໄດ້ປະກາດໃຊ້ ແຜນຮ່າງພັດທະນາເສດຖະກິດຍາມຄ່ຳຄືນຢູ່ ຫວຽດນາມ ໃນເດືອນ ກໍລະກົດ 2020, ເພື່ອເປົ້າໝາຍຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງການພັດທະນາເສດຖະກິດຍາມຄ່ຳຄືນ, ນຳໃຊ້ກາລະໂອກາດ ຢ່າງສຸດຂີດເພື່ອພັດທະນາເສດຖະກິດ, ຍົກສູງລາຍຮັບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ນະຄອນ ໂຮ່ຈີມິນ ແມ່ນແຫ່ງເຕົ້າໂຮມຫຼາຍພື້ນຖານວັດທະນະທຳ, ດ້ວຍບັນດາຜະລິດຕະພັນທ່ອງທ່ຽວ ເປັນຫຼາຍຮູບຫຼາຍແບບ, ແມ່ນ “ນະຄອນບໍ່ນອນ”, ດ້ວຍບັນດາການເຄື່ອນໄຫວລະຫຼິ້ນ, ບັນເທິງຢ່າງຟົດຟື້ນ ນັບທັງເວນ ແລະ ຄືນ. ສະນັ້ນ, ແຕ່ດົນນານມາແລ້ວ, ເສດຖະເກິດຍາມຄ່ຳຄືນຖືກກຳນົດວ່າແມ່ນໜຶ່ງໃນບັນດາ ເສົ້າຄ້ຳພັດທະນາຂະແໜງທ່ອງທ່ຽວຂອງນະຄອນ. tour ທ່ອງທ່ຽວ “ເມືອງ 1 - ສີສັນຍາມຕອນຄ່ຳ” ໄດ້ຮັບຄວາມຫວັງວ່າ ຈະສືບຕໍ່ໄດ້ທະວີຄຸນຢູ່ບັນດາເມືອງອື່ນໃນບໍລິເວນນະຄອນ, ຊ່ວຍເພີ່ມທະວີການໃຊ້ຈາຍ ຂອງແຂກທ່ອງທ່ຽວ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຂອງນະຄອນ ໂຮ່ຈີມິນອີກດ້ວຍ./.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top