• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

The Economic Times: ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງປະເທດມະຫາອຳນາດເສດຖະກິດຂອງພາກພື້ນ

      ຫວຽດນາມ ແລະ ອິນເດຍ ພວມພົ້ນເດັ່ນຂຶ້ນຄື ດັ່ງບັນດາປະເທດມະຫາອຳນາດເສດຖະກິດໃນພາກພື້ນ ແລະ ຈະສ້າງຄວາມແຕກຕ່າງໃນໄລຍະຫຼັງໂລກລະບາດ.
(ພາບ: TTXVN)
      ໜັງສືພິມ The Economic Times ໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma ຢູ່ກອງປະຊຸມສຳມະນາແບບທາງໄປ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ອິນເດຍ (PHDCCI) ຈັດຂຶ້ນຫວ່າງມໍ່ໆມານີ້ ດ້ວຍຫົວຂໍ້ “ກາລະໂອກາດລົງທຶນ ແລະ ການຄ້າທົ່ວໂລກສຳລັບຂະແໜງອຸດສາຫະກຳ ອິນເດຍ ຢູ່ ຫວຽດນາມ” ໂດຍຖືວ່າ, ຫວຽດນາມ ແລະ ອິນເດຍ ພວມພົ້ນເດັ່ນຂຶ້ນຄື ດັ່ງບັນດາປະເທດມະຫາອຳນາດເສດຖະກິດໃນພາກພື້ນ ແລະ ຈະສ້າງຄວາມແຕກຕ່າງໃນໄລຍະຫຼັງໂລກລະບາດ. ຕາມນັ້ນແລ້ວ, ຫວຽດນາມ ແລະ ອິນເດຍ ພົ້ນເດັ່ນຂຶ້ນຄືດັ່ງຄູ່ຮ່ວມມືການຄ້າທົ່ວໂລກ ຍ້ອນບັນດາຂໍ້ລິເລີ່ມດ້ານນະໂຍບາຍ ແລະ ການເພີ່ມທະວີດ້ານການຄ້າ ແລະ ການລົງທຶນ.
            The Economic Times ກໍໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານ ໂດແທັງຫາຍ ທີ່ປຶກສາສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໂດຍໃຫ້ຂໍ້ສັງເກດວ່າ ກະແສຂອງບັນດາກາລະໂອກາດເສດຖະກິດ ແລະ ການຄ້າລະຫວ່າງ ອິນເດຍ ແລະ ຫວຽດນາມ ແມ່ນບໍ່ຫົວຊາຕໍ່ໂລກລະບາດ, ການແລກປ່ຽນດ້ານເສດຖະກິດ ແລະ ການຄ້າ ຈະພັດທະນາໃນໄລຍະຈະມາເຖິງ. ດ້ວຍທີ່ຕັ້ງຍຸດທະສາດຂອງທັງສອງປະເທດ ແລະ ການປ່ຽນແປງໃນການປະຕິຮູບ, ສອງປະເທດຈະເພີ່ມທະວີການແລກປ່ຽນການຄ້າ ແລະ ສ້າງກຳລັງໜູນຊຸກຍູ້ພື້ນຖານເສດຖະກິດທົ່ວໂລກໃນອະນາຄົດອັນໃກ້ໆນີ້./.
 (ແຫຼ່ງຄັດຈາກ VOV)
 

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top