• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

STEAMese Festival 2024 ສ້າງ​ແຫຼ່ງ​ບັນ​ດານ​ໃຈ​ໃນ​ການ​ປະ​ດິດ​ຄິດ​ສ້າງ​ແລະ ທັກ​ສະ​ໃນ​ການ​ແກ້​ໄຂ​ບັນ​ຫາ​ໃຫ້​ແກ່​ໄວ​ໜຸ່ມ

ດ້ວຍຫົວຂໍ້ “ການພະຈົນໄພໄປສູ່ໂລກ ປີ 3000”, STEAMese Festival 2024 ໄດ້ອອກແບບດ້ວຍຂໍ້ລິເລີ່ມກ່ຽວກັບຍຸກສະໄໝ STEAM ແລະ AI ໃນອະນາຄົດ, ເປີດໂລກ ທີ່ເຕັມໄປດ້ວຍຄວາມຈັບອົກຈັບໃຈເຊິ່ງແມ່ນສະຖານທີ່ທີ່ ນັກຮຽນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ, ສິ່ງທົດຊອບ.
STEAMese Festival 2024 ສ້າງແຫຼ່ງບັນດານໃຈໃນການປະດິດຄິດສ້າງແລະ ທັກສະໃນການແກ້ໄຂບັນຫາໃຫ້ແກ່ໄວໜຸ່ມ (ພາບ: ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ)

ວັນທີ27 ຕຸລາ, ຢູ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ມີເດັກນ້ອຍ, ຊາວໜຸ່ມ, ເຍົາວະຊົນ, ພໍ່ແມ່ນັກຮຽນ ແລະ ຄູອາຈານ ກ່ວາ 4000 ຄົນ ພ້ອມກັນລົງພຶດຕິກຳຕົວຈິງບັນດາການເຄື່ອນໄຫວໃນຂອບເຂດ “STEAMese Festival 2024”. ລາຍການ ໂດຍອົງການຈັດຕັ້ງ STEAM for Vietnam, UNICEF ຫວຽດນາມ, ຄະນະປະຕິບັດງານ ອາເມລິກາ ປະຈຳ ຫວຽດນາມ, ອົງການຈັດຕັ້ງ Scratch ແລະ ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ ຈັດຂຶ້ນ.

ດ້ວຍຫົວຂໍ້ “ການພະຈົນໄພໄປສູ່ໂລກ ປີ 3000”, STEAMese Festival 2024 ໄດ້ອອກແບບດ້ວຍຂໍ້ລິເລີ່ມກ່ຽວກັບຍຸກສະໄໝ STEAM ແລະ AI ໃນອະນາຄົດ, ເປີດໂລກ ທີ່ເຕັມໄປດ້ວຍຄວາມຈັບອົກຈັບໃຈເຊິ່ງແມ່ນສະຖານທີ່ທີ່ ນັກຮຽນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ, ສິ່ງທົດຊອບ ຄື: ເຂົ້າວົງກົດ, ລາຊະອານາຈັກແຫ່ງປັນຍາປະດິດ (AI), ນະຄອນຫຸ່ນຍົນ… ຜ່ານນັ້ນ, ພວກນ້ອງໄດ້ຮັບການສ້າງແຫຼ່ງບັນດາໃຈ ໃຫ້ແກ່ທັກສະແກ້ໄຂບັນດາບັນຫາ, ຫົວຄິດປະດິດສ້າງ ແລະ ການເຮັດວຽກເປັນກຸ່ມ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ

Top