• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SEA Games 11: ສ້​າ​ງ​ແຜນ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ໄດ້ສະເໜີໃຫ້ບັນດາກົມ ທີ່ກ່ຽວຂ້ອງກໍ່ສ້າງແຜນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງລະອຽດ, ວິທີການຮັບມືກັບໂລກລະບາດໂຄວິດ - 19 ທີ່ຄ້າຍຄືກັນກັບບັນດາປະເທດໃນພາກພື້ນ.

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ໄດ້ສະເໜີໃຫ້ບັນດາກົມ ທີ່ກ່ຽວຂ້ອງກໍ່ສ້າງແຜນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງລະອຽດ, ວິທີການຮັບມືກັບໂລກລະບາດໂຄວິດ - 19 ທີ່ຄ້າຍຄືກັນກັບບັນດາປະເທດໃນພາກພື້ນ.

    

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ (ພາບ:  nhandan.vn)

ຕອນບ່າຍວັນທີ 4 ເມສາ, ອະນຸກຳມະການການແພດ ແລະ ກວດກາ Doping ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 (SEA Games 31) ໄດ້ຈັດກອງປະຊຸມກ່ຽວກັບວຽກງານການແພດ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເພື່ອແນໃສ່ກະກຽມການຮັບໃຊ້ງານມະຫາກຳກິລາ. ທີ່ກອງປະຊຸມ, ຜູ້ຕາງໜ້າກົມໃຫຍ່ກິລາ ກາຍຍະກຳ  ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຂໍ້ມູນ, ເຫັນດີເປັນເອກະພາບເນື້ອໃນຄູ່ມືການແພດໂດຍໄວ ເພື່ອສະໜອງໃຫ້ແກ່ບັນດາຄະນະນັກກິລາ ໃນພາກພື້ນ ເຂົ້າຮ່ວມ SEA Games 31.ສອງຝ່າຍຈະສົມທົບກັນກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນດາເງື່ອນໄຂເພື່ອຮັບປະກັນວຽກງານກວດກາປິ່ນປົວພະຍາດຢູ່ 12 ແຂວງ, ນະຄອນທີ່ຈັດຂຶ້ນ SEA Games 31. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ໄດ້ສະເໜີໃຫ້ບັນດາກົມ ທີ່ກ່ຽວຂ້ອງກໍ່ສ້າງແຜນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງລະອຽດ, ວິທີການຮັບມືກັບໂລກລະບາດໂຄວິດ - 19 ທີ່ຄ້າຍຄືກັນກັບບັນດາປະເທດໃນພາກພື້ນ.

ອະນຸກຳມະການການແພດ ແລະ ກວດກາ Doping ມີໜ້າທີ່ຈັດຕັ້ງການຮັບໃຊ້ທາງການແພດ ແລະ ເບິ່ງແຍງດູແລສຸຂະພາບໃຫ້ແກ່ບັນດາຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາຄະນະນັກກິລາ ເຂົ້າຮ່ວມ SEA Games 31… ອະນຸກຳມະການການແພດສົມທົບກັບບັນດາອະນຸກຳມະການວິຊາການ ຂຶ້ນກັບ SEA Games 31 ເພື່ອຮັບປະກັນການປົກປັກຮັກສາສິ່ງແວດລ້ອມ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ບໍ່ປະໃຫ້ເກີດພະຍາດຢ່າງຮ້າຍແຮງໃນໄລຍະກ່ອນ ແລະ ໃນເວລາດຳເນີນ SEA Games 31, ເປັນຕົ້ນແມ່ນໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top