• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

RIMPAC 2022 - ການຊ້ອມຮົບຂອງກອງທັບເຮືອໃຫຍ່ສຸດໃນໂລກ

ນີ້ໄດ້ຮັບຖືວ່າແມ່ນການຊ້ອມຮົບຂອງກອງທັບເຮືອນາໆຊາດດ້ວຍຂອບຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ ໂດຍກອງທັບເຮືອ ອາເມລິກາ ນຳໜ້າ
  ກ່ຳປັ່ນ ອາເມລິກາ ທີ່ການຊ້ອມຮົບ (ພາບ:AFP/TTXVN)  

ການຊ້ອມຮົບເຂດແລວມະຫາສະໝຸດປາຊີຟິກ (RIMPAC) 2022 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29 ມິຖຸນາ ຫາວັນທີ 4 ສິງຫາ ຢູ່ເຂດມະຫາສະໝຸດ ປາຊີຟິກ. ນີ້ໄດ້ຮັບຖືວ່າແມ່ນການຊ້ອມຮົບຂອງກອງທັບເຮືອນາໆຊາດດ້ວຍຂອບຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ ໂດຍກອງທັບເຮືອ ອາເມລິກາ ນຳໜ້າ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 25 ປະເທດ.

ຕາມກອງທັບເຮືອ ອາເມລິກາ ແລ້ວ, ຫຼາຍປະເທດຢູ່ເຂດມະຫາສະໝຸດອິນເດຍ - ປາຊີຟິກ, ໃນນັ້ນມີ ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະ ຟີລິບປີນ ໄດ້ເຂົ້າຮ່ວມ RIMPAC 2022. ບາງປະເທດຢູ່ເອີລົບ, ໃນນັ້ນມີ ອັງກິດ, ຝລັ່ງ ແລະ ເຢຍລະມັນ ກໍ່ໄດ້ເຂົ້າຮ່ວມການຊ້ອມຮົບຄັ້ງນີ້. ມີກ່ຳປັ່ນ 38 ລຳ, ກ່ຳປັ່ນດຳນ້ຳ 4 ລຳ, ເຮືອບິນ 170 ລຳ ແລະ ພົນທະຫານກ່ວາ 25.000 ຄົນໄດ້ເຂົ້າຮ່ວມການຊ້ອມຮົບຢູ່ເຂດໝູ່ເກາະ Hawaii ແລະ California ໃຕ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ສອງ​ຝ່າຍ​ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ຮ່ວມ​ມືຕໍ່​​ໃໝ່, ສ້ອມ​ແປ້ງ, ​ບູ​ລະ​ນະສາ​ກຳ​ປັ່ນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ເງື່ອນ​ໄຂ​ຂອງ ຫວຽດ​ນາມ

Top