ຂ່າວສານ

RIMPAC 2022 - ການຊ້ອມຮົບຂອງກອງທັບເຮືອໃຫຍ່ສຸດໃນໂລກ

ນີ້ໄດ້ຮັບຖືວ່າແມ່ນການຊ້ອມຮົບຂອງກອງທັບເຮືອນາໆຊາດດ້ວຍຂອບຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ ໂດຍກອງທັບເຮືອ ອາເມລິກາ ນຳໜ້າ
  ກ່ຳປັ່ນ ອາເມລິກາ ທີ່ການຊ້ອມຮົບ (ພາບ:AFP/TTXVN)  

ການຊ້ອມຮົບເຂດແລວມະຫາສະໝຸດປາຊີຟິກ (RIMPAC) 2022 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29 ມິຖຸນາ ຫາວັນທີ 4 ສິງຫາ ຢູ່ເຂດມະຫາສະໝຸດ ປາຊີຟິກ. ນີ້ໄດ້ຮັບຖືວ່າແມ່ນການຊ້ອມຮົບຂອງກອງທັບເຮືອນາໆຊາດດ້ວຍຂອບຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ ໂດຍກອງທັບເຮືອ ອາເມລິກາ ນຳໜ້າ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 25 ປະເທດ.

ຕາມກອງທັບເຮືອ ອາເມລິກາ ແລ້ວ, ຫຼາຍປະເທດຢູ່ເຂດມະຫາສະໝຸດອິນເດຍ - ປາຊີຟິກ, ໃນນັ້ນມີ ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະ ຟີລິບປີນ ໄດ້ເຂົ້າຮ່ວມ RIMPAC 2022. ບາງປະເທດຢູ່ເອີລົບ, ໃນນັ້ນມີ ອັງກິດ, ຝລັ່ງ ແລະ ເຢຍລະມັນ ກໍ່ໄດ້ເຂົ້າຮ່ວມການຊ້ອມຮົບຄັ້ງນີ້. ມີກ່ຳປັ່ນ 38 ລຳ, ກ່ຳປັ່ນດຳນ້ຳ 4 ລຳ, ເຮືອບິນ 170 ລຳ ແລະ ພົນທະຫານກ່ວາ 25.000 ຄົນໄດ້ເຂົ້າຮ່ວມການຊ້ອມຮົບຢູ່ເຂດໝູ່ເກາະ Hawaii ແລະ California ໃຕ້.


top