• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Petrovietnam ແລະ ສະຖາບັນເຕັກໂນໂລຊີ Massachusetts ແບ່ງປັນປະສົບການກ່ຽວກັບລະບົບ ຕ່ອງໂສ້ມູນຄ່າ hydrogen, ການເຄື່ອນໄຫວພະລັງງານ

ວັນທີ 14 ຕຸລາ 2022, ຢູ່ສຳນັກງານໃຫຍ່ຂອງກຸ່ມບໍລິສັດ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດນ້ຳມັນ ອາຍແກັສ ຫວຽດນາມ (Petrovietnam) ເລແມ້ງຮຸ່ງ ໄດ້ມີການພົບປະກັບ ທ່ານ Changjie Gou, ຜູ້ອຳນວຍການໂຄງການ Industrial Liaison Program ILP ຂອງສະຖາບັນເຕັກໂນໂລຊີ Massachusetts (MIT) ກ່ຽວກັບການເຄື່ອນໄຫວພະລັງງານ.

 

  ພາຍໃນກອງປະຊຸມ 

ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ມີ​ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ Petrovietnam ຟ້າມຕຽນຢຸງ; ຜູ້ອຳນວຍການ​ສະ​ຖາ​ບັນ​ນ້ຳມັນ​ອາຍແກັສ ຫວຽດນາມ ຫງວຽນ​ແອງ​ດຶກ, ບັນດາທ່ານຫົວໜ້າ​ຄະນະ​ວິຊາ​ສະ​ເພາະ​ຂອງ​ກຸ່ມບໍລິສັດ.

ທີ່​ການ​ພົບ​ປະ, ທ່ານ​ Changjie Gou, ຜູ້ອຳນວຍການ​ໂຄງການ ILP ​ໄດ້​ແນະນຳ​ໃຫ້​ບັນດາ​ຜູ້ນຳ​ກຸ່ມ​ບໍລິສັດກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ MIT. ແຕ່ລະປີ, MIT ມີປະມານ 300 ສິດທິບັດ, 25 startups. ລາຍຮັບທັງໝົດຂອງບັນດາ ວິສາຫະກິດ ທີ່ມາຈາກ MIT ແມ່ນສູງເຖິງ 2.000 ຕື້ ໂດລາສະຫະລັດຕໍ່ປີ. 

ທ່ານ Changjie Gou ຍັງໄດ້ແນະນໍາກ່ຽວກັບໂຄງການ ILP ທີ່ເຊື່ອມຕໍ່ວິສາຫະກິດທົ່ວໂລກ ເພື່ອໃຫ້ບັນດາວິສາຫະກິດ ສາມາດຢູ່ທັນກັບແນວໂນ້ມເຕັກໂນໂລຊີຫຼ້າສຸດໃນໂລກ ແລະ ຄໍາສັ່ງບັນຫາທີ່ຕ້ອງແກ້ໄຂ ດ້ວຍເຕັກໂນໂລຊີ.

ຜູ້ອຳນວຍການໃຫຍ່ Petrovietnam ເລແມ້ງຮຸ່ງ ແລະ ທ່ານ Changjie Gou ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ທ່າອ່ຽງ ການຫັນປ່ຽນພະລັງງານ, ພິເສດແມ່ນການແລກປ່ຽນ ປະສົບການກ່ຽວກັບລະບົບຕ່ອງໂສ້ມູນຄ່າ hydrogen. ແຜນທີ່ເສັ້ນທາງ NZE ຮອດປີ 2030 ແມ່ນອີງໃສ່ບັນດາ ເສົາຄ້ຳຫຼັກຄື: ການປະຢັດພະລັງງານ, ພະລັງງານທົດແທນ ແລະ ໄຟຟ້າ. ຫຼັງຈາກປີ 2030, ພະລັງງານຂອງໂລກ ຈະອີງໃສ່ພະລັງງານຊີວະພາບ, hydrogen ແລະ ເຊື້ອເພີງ ທີ່ອີງໃສ່ hydrogen.

ຍຸດ​ທະ​ສາດ​ພັດ​ທະ​ນາ​ພະ​ລັງ​ງານ​ແຫ່ງ​ຊາດ​ຮອດ​ປີ 2030, ມີ​ວິ​ໄສ​ທັດ​ຮອດ​ປີ 2045 ຍັງ​ເນັ້ນ​ໜັກ​ເຖິງ​ຈຸດ​ສຸມ​ພັດ​ທະ​ນາ​ພະ​ລັງ​ງານ​ທົດ​ແທນ ແລະ ພະ​ລັງ​ງານ​ໃໝ່; ເປົ້າໝາຍຮອດປີ 2030 ເພື່ອຫຼຸດຜ່ອນການປ່ອຍອາຍພິດຂອງຂະແໜງພະລັງງານໃຫ້ໄດ້ 5,5% ແລະ 16,7% (ການສະໜັບສະໜູນຈາກສາກົນ); ພິ​ເສດ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ການ​ປ່ອຍ​ອາຍ​ພິດ​ສຸດ​ທິ​ໃນ​ປີ 2050 ຢູ່ COP26.

ນອກຈາກນັ້ນ, ບັນດາກົນໄກ, ນະໂຍບາຍ, ຄໍາໝັ້ນສັນຍາ ຂອງ ຫວຽດນາມ ກ່ຽວກັບການແກ້ໄຂການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ, ພະລັງງານສະອາດ ແລະ ການພັດທະນາແບບຍືນຍົງ ພວມກ້າວເຂົ້າສູ່ທ່າອ່ຽງທົ່ວໄປ ຂອງໂລກ. ດັ່ງນັ້ນ, ຄວາມຕ້ອງການເຊື້ອເພີງ ແລະ ຜະລິດຕະພັນ ຈາກເຊື້ອເພີງ (ນໍ້າມັນເຊື້ອໄຟ, ນໍ້າມັນ, ອາຍແກັສ ແລະ ຖ່ານຫີນ) ຈະຫຼຸດລົງພາຍຫຼັງປີ 2030.

ກຸ່ມ​ບໍລິສັດ​ໄດ້​ສ້າງ​ຍຸດ​ທະ​ສາດ​ຮອດ​ປີ 2030, ມີ​ວິ​ໄສ​ທັດ​ຮອດ​ປີ 2045, ​ໃນ​ນັ້ນ, ທ່າ​ອ່ຽງການ​ຫັນປ່ຽນ​ດ້ານ​ພະລັງງານ​ແມ່ນ​ຫຼີກ​ລ່ຽງບໍ່​ໄດ້. ​ໃນ​ສະພາບ​ການ​ດັ່ງກ່າວ, ກຸ່ມ​ບໍລິສັດ​ຕ້ອງ​ເອົາ​ໃຈ​ໃສ່​ກວ່າ​ອີກ​ກ່ຽວ​ກັບ​ພະລັງງານ​ທົດ​ແທນ, ​ໃນ​ນັ້ນ​ການ​ພັດທະນາ​ພະລັງງານແຮງ​ລົມ​ຢູ່​ນອກ​ຝັ່ງ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ພັດທະນາ​ຕົ້ນຕໍ​ຂອງ Petrovietnam ​ເພື່ອ​ຍາດ​ແຍ່ງ​ເອົາ​ທ່າ​ໄດ້​ປຽບ​ຈາກ​ເຂດ​ທະ​ເລ​ຍາວ ​ແລະ ພື້ນຖານ​ໂຄງ​ລ່າງ​ຂອງ Petrovietnam ​ແລະ ບັນດາ​ບໍລິສັດ​ສະມາຊິກ.

ທ່ານ​ຜູ້ອຳນວຍການ​ໃຫຍ່ ເລແມ້ງຮຸ້ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ບັນຫາ​ທີ່ MIT ຍົກ​ອອກ​ທີ່​ມີ​ຄວາມ​ສາມາດ​ແກ້​ໄຂ ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ປະຈຸ​ບັນ​ຂອງ Petrovietnam ​ແລະ ຄາດ​ຄະ​ເນ​ຄວາມ​ຕ້ອງການ​ໃນ​ອະນາຄົດ​ຕາມ​ທ່າ​ອ່ຽງຫັນ​ປ່ຽນ​ພະລັງງານ ​ແລະ ບັນດາ​ໂຄງການ​ພະລັງງານສີ​ຂຽວ.

ໃນໄລຍະຈະມາເຖິງ, ການນຳ 2 ຝ່າຍຈະສືບຕໍ່ປຶກສາຫາລື ບັນດາເນື້ອໃນ ການຝຶກອົບຮົມໃນຂົງເຂດພະລັງງານ, ພ້ອມກັນນັ້ນ ກໍ່ພິຈາລະນາການເຂົ້າຮ່ວມຂອງ Petrovietnam ໃນໂຄງການ ILP ຂອງ MIT ເພື່ອປັບປຸງ, ຄາດຄະເນທ່າອ່ຽງ ເຕັກໂນໂລຊີເພື່ອໜູນຊ່ວຍ ກຸ່ມບໍລິສັດພັດທະນາ ໃນສະພາບການໃໝ່.

ປະຕິບັດ: VNA/VNP

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top