• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Petrovietnam ມອບເຄື່ອງຊ່ວຍຫາຍໃຈຂັ້ນສູງ 200 ເຄື່ອງ ເພື່ອປິ່ນປົວ ຄົນເຈັບ ໂຄວິດ-19 ອາການໜັກ

ວັນທີ 20 ສິງຫາ 2021 ທີ່ສໍານັກງານໃຫຍ່ ກະຊວງສາທາ ລະ ນະສຸກ, ກຸ່ມບໍລິສັດ ນໍ້າມັນ ອາຍແກັສ ແຫ່ງຊາດຫວຽດນາມ (Petrovietnam) ໄດ້ບໍລິຈາກ ເຄື່ອງຊ່ວຍຫາຍໃຈຂັ້ນສູງ 200 ເຄື່ອງ ແລະ ອຸປະກອນການແພດ ເພື່ອຊ່ວຍປິ່ນປົວຄົນເຈັບ ໂຄ ວິດ-19 ທ່ີມີອາການໜັກ, ປະກອບສ່ວນປົກປ້ອງສຸຂະພາບ ແລະ ຊີວິດ ຂອງ ພີ່ນ້ອງຮ່ວມຊາດ.

ໃນໄລຍະຜ່ານມາ, ການແຜ່ລະບາດ ໂຄວິດ -19 ໄດ້ລະບາດ ເປັນຄັ້ງທີ 4 ແລະ ມີການຜັນແປສັບສົນຍິ່ງຂຶ້ນໃນທົ່ວປະເທດ, ໂດຍສະເພາະຢູ່ບັນດາແຂວງ ພາກໃຕ້ ແລະ ນະຄອນ ໂຮ່ຈີມິນ, ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ຊີວິດສັງຄົມ, ກິດຈະກໍາຂອງຊຸມ ຊົນ, ການຜະລິດ ແລະ ການດຳເນີນທຸລະກິດ ບັນດາວິສາຫະ ກິດ. ເຖິງວ່າ ຈະມີຄວາມພະຍາຍາມປານໃດກໍ່ຕາມ, ແຕ່ພື້ນສະ ຖານ ການແພດຫຼາຍແຫ່ງ ຂອງ ແຂວງ/ນະຄອນ ພວມຕົກ ຢູ່ ໃນສະພາບເກີນກຳລັງ, ຂາດອຸປະກອນ, ພາຫະນະ ເພື່ອການ ປ້ອງກັນ, ຕ້ານການແຜ່ລະບາດ, ໂດຍສະເພາະແມ່ນເຄື່ອງ ຊ່ວຍຫາຍໃຈ ເພື່ອປິ່ນປົວສຸກເສີນ ໃຫ້ທັນເວລາ ສໍາລັບຜູ້ຕິດ ພະຍາດ ໂຄວິດ-19 ທ່ີມີອາການໜັກ.


ເປັນກຸ່ມເສດຖະກິດ ທີ່ສໍາຄັນ ຂອງ ປະເທດ, Petrovietnam ມີ ສະຕິຮັບຜິດຊອບຕໍ່ກັບຊຸມຊົນ ແລະ ສັງຄົມ ຢູ່ສະເໝີ. ເປັນເວ ລາຫຼາຍປີ ຜ່ານມາ, ຄຽງຄູ່ກັບການສົ່ງເສີມ ແລະ ພັດທະນາ ການຜະລິດ ດຳເນີນທຸລະກິດ, ວຽກງານ ສະຫວັດດີການສັງຄົມ ກໍໄດ້ຮັບຄວາມເອົາໃຈໃສ່ຈາກການນໍາ ແລະ ພະນັກງານຂອງ Petrovietnam ຢູ່ສະເໝີ ແລະ ຖືວ່າ ນີ້ເປັນວຽກງານທາງດ້ານ ການເມືອງ ທີ່ສໍາຄັນ, ແມ່ນຄວາມຮັບຜິດຊອບ, ແມ່ນຄວາມ ຮູ້ ສຶກຂອງຄົນງານຂະແໜງການ ນໍ້າມັນ ອາຍແກັສ. ນີ້ກໍ່ແມ່ນ ໜຶ່ງ ໃນ ວັດທະນະທຳ ທີ່ເປັນເອກະລັກ ຂອງ Petrovietnam.

ສະເພາະໃນ ປີ 2020 ແລະ 2021, ກຸ່ມບໍລິສັດ ໄດ້ປະຕິບັດ ຫຼາຍໂຄງການ ສະຫວັດດີການສັງຄົມ ທີ່ມີຄວາມໝາຍ ຢ່າງແທ້ ຈິງ ລວມມູນຄ່າທັງໝົດ 650 ຕື້ດົ່ງ. ນອກຈາກນັ້ນ, ຍ້ອນ ການ ແຜ່ລະບາດໂຄວິດ-19 ຕັ້ງແຕ່ປີ 2020, ຮອດວັນທີ 15 ສິງຫາ 2021, Petrovietnam ແລະ ບັນດາໜ່ວຍງານ ສະມາຊິກ ໄດ້ ຮ່ວມມືກັບທົ່ວປະເທດ ເພື່ອຕໍ່ສູ້ກັບການແຜ່ລະບາດ ດ້ວຍມູນ ຄ່າ ຫຼາຍກວ່າ 620 ຕື້ດົ່ງ ໂດຍຜ່ານການຊ່ວຍເຫຼືອທ້ອງຖິ່ນ, ກະຊວງ ແລະ ຂະແໜງການໃນວຽກງານປ້ອງກັນ ແລະ ຕ້ານ ການແຜ່ລະບາດ ກໍຄືສະໜັບສະໜູນ ພາຫະນະ, ອຸປະກອນ ການແພດ, ປະກອບສ່ວນ ເຂົ້າໃນກອງທຶນ ວັກຊີນ ປ້ອງກັນພະ ຍາດ ຂອງ ລັດຖະບານ ແລະ ບັນດາແຂວງ, ນະຄອນ...

ທ່ານ ຫງວຽນແທງລອງ ລັດຖະມົນຕີ ກະຊວງສາທາລະນະສຸກ ຮັບເຄື່ອງຊ່ວຍຫາຍໃຈ ຈາກທ່ານ ຮວ່າງກວັກເວື້ອງ ປະທານ ສະພາບໍລິຫານ Petrovietnam. ພາບ: ຮຸ່ງເກື່ອງ


ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ກ່າວ ຄຳເຫັນທີ່ພິທີມອບ-ຮັບ. ພາບ: ຮຸ່ງເກື່ອງ


ທ່ານ ປະທານສະພາ ບໍລິຫານ Petrovietnam ຮວ່າງກວັກ ເວື້ອງ ກ່າວຄຳເຫັນທີ່ພິທີມອບ. ພາບ: ຮຸ່ງເກື່ອງ


ບັນດາຜູ້ແທນທີ່ພິທີມອບ-ຮັບ. ພາບ: ຮຸ່ງເກື່ອງ
ປະຕິບັດ ນະໂຍບາຍຂອງພັກ, ລັດ ແລະ ຕອບສະໜອງ ຕາມ ຄຳຮຽກຮ້ອງ ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ:   “ທັງໝົດ ແມ່ນເພື່ອພີ່ນ້ອງ ພາກໃຕ້, ເພື່ອນະຄອນ ໂຮ່ຈີມິນ”; ດ້ວຍ ຄວາມປາຖະໜາ ຮ່ວມແຮງຮ່ວມໃຈກັນ, ເພີ່ມກຳລັງໃຫ້ ບັນດາ ແຂວງ, ນະຄອນ ທີ່ມີການແຜ່ລະບາດ ທີ່ສັບສົນ, ວັນທີ 20 ສິງ ຫາ 2021, ທີ່ສໍານັກງານ ຂອງກະຊວງ ສາທາລະນະສຸກ, Petrovietnam ແລະ ບັນດາໜ່ວຍງານສະມາຊິກໄດ້ມອບເຄື່ອງ ຊ່ວຍຫາຍໃຈຂັ້ນສູງ 200 ເຄື່ອງ ແລະ ສາຍຊ່ວຍຫາຍໃຈ 3.000 ຊຸດ ເພື່ອໃຫ້ກະຊວງສາທາລະນະສຸກ ຈັດສັນໃຫ້ ບັນດາ ໂຮງໝໍແຖວໜ້າ ໃນການຕໍ່ສູ້ ກັບການແຜ່ລະບາດ.

ກ່າວຄຳເຫັນໃນວິທີມອບ-ຮັບ, ສຈ. ດຣ ຫງວຽນແທງລອງ - ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບ ອົົກຂອບໃຈ ຕໍ່ຄວາມຊ່ວຍເຫຼືອ ທ່ີ Petrovietnam ໄດ້ຮ່ວມ ທາງກັບ ຂະແໜງສາທາລະນະສຸກ ໃນວຽກງານປ້ອງກັນ ແລະ ຕ້ານໂຄວິດ-19 ເວົ້າສະເພາະ ແລະ ວຽກງານເບິ່ງແຍງຮັກສາ ສຸຂະພາບ ຂອງປະຊາຊົນເວົ້າລວມ. ໃນສະພາບການແຜ່ລະ ບາດ ທີ່ມີການຜັນແປຢ່າງສັບສົນ, ການແຜ່ລະບາດຢ່າງວ່ອງໄວ ແລະ ຄວາມອັນຕະລາຍສູງ, ປັດຈຸບັນ ບັນດາສະຖານທີ່ການ ແພດ ທ້ອງຖິ່ນ ກຳລັງປະສົບກັບຄວາມຫຍຸ້ງຍາກ, ຂາດອຸປະ ກອນການແພດ ເພື່ອການປິ່ນປົວ ແລະ ເບິ່ງແຍງຄົນເຈັບ. ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໄດ້ສະ ແດງຄວາມຫວັງວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ປະສານ ສົມທົບ ຂອງ Petrovietnam ໃນວຽກງານຮ່ວມແຮງຮ່ວມໃຈ ກັນ ພ້ອມກັບຂະແໜງການສາທາລະນະສຸກ ເພື່ອເອົາຊະນະ ການແຜ່ລະບາດ ແລະ ປັບປຸງຄຸນນະພາບ ການດູແລສຸຂະ ພາບ ຂອງປະຊາຊົນ ເວົ້າລວມ.

ຕາງໜ້າ ການນຳ ແລະ ໝູ່ຄະນະຄົນງານ ຂະແໜງນໍ້າມັນ ອາຍ ແກັສ, ປະທານສະພາ ບໍລິຫານ Petrovietnam ຮວ່າງກວັກ ເວື້ອງ ຫວັງວ່າ ຈຳນວນອຸປະກອນການແພດ ທີ່ແທດເໝາະກັບ ສະພາບຕົວຈິງນີ້ ຈະປະກອບສ່ວນເຂົ້າໃນການຫຼຸດຜ່ອນ ຄວາມ ສ່ຽງ ການເສຍຊີວິດ ແລະ ຫຼຸດຜ່ອນ ພາລະທ່ີໜັກໜ່ວງ ຕໍ່   ຂະແໜງສາທາລະນະສຸກ ໃນການປິ່ນປົວ ແລະ ເບິ່ງແຍງ ຄົນເຈັບ ທີ່ຕິດພະຍາດ ໂຄວິດ-19 ມີອາການໜັກ. ປະທານສະພາບໍລິຫານ ຮວ່າງກວັກເວື້ອງ ກ່າວວ່າ ໜຶ່ງໃນວຽກງານ ທີ່ສຳຄັນຂອງ ກຸ່ມບໍລິສັດ ໃນເວລາທີ່ ຈະມາເຖິງແມ່ນ ການປັບປຸງ ປ້ອງກັນ ການແຜ່ລະບາດໂຄວິດ -19 ຢູ່ສະເໝີ, ຮັບປະກັນສຸຂະພາບ ແລະ ຄວາມປອດໄພ ຂອງພະນັກງານ; ຮັກສາຄວາມໝັ້້ນຄົງ, ການເຄື່ອນໄຫວລົງທຶນ; ການຜະລິດ ດຳເນີນທຸລະກິດ ທີ່ມີຄວາມປອດໄພ ຢ່າງຕໍ່ເນື່ອງ, ວຽກງານຈຳໜ່າຍສິນຄ້າ ແລະ ຜະລິດຕະພັນ ລຸລ່ວງໄປດ້ວຍດີ.

ຄຽງຄູ່ກັບການບໍລິຈາກ ເຄື່ອງຊ່ວຍຫາຍໃຈທີ່ຂັ້ນສູງ 200 ເຄື່ອງ ແລະ ສາຍຊ່ວຍຫາຍໃຈ 3.000 ຊຸດ, ຜູ້ນໍາກຸ່ມບໍລິສັດ ໄດ້ໃຫ້ ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມເດີນທາງ, ມີຮູບແບບການ ຊ່ວຍເຫຼືອ ແທດເໝາະກັບຕົວຈິງ, ຊ່ວຍເຫຼືອ, ປະກອບສ່ວນ ພ້ອມກັບ ຂະແໜງສາທາລະນະສຸກ ເວົ້າສະເພາະ ແລະ ທົ່ວປະ ເທດ ເວົ້າລວມ ໃນການຄວບຄຸມການແຜ່ລະບາດ ແລະເຮັດໃຫ້ ຊີວິດສັງຄົມ ມີຄວາມໝັ້ນຄົງ ຢ່າງໄວ.
ປະຕິບັດໂດຍ: ຮຸ່່ງເກື່ອງ - ແປໂດຍ: ບິກລຽນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top