• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Indonesia ຢືນອັນດັບທີ 7 ໃນໂລກກ່ຽວກັບອັດຕາສ່ວນຜູ້ສັກວັກຊິນກັນໂລກລະບາດໂຄວິດ 19

      ປະຈຸບັນ, Indonesia ມີກ່ວາ 10.4 ລ້ານຄົນໄດ້ສັກວັກຊິນກັນໂລກລະບາດໂຄວິດ 19.
(ພາບ:VOV Jakarta)
      ປະຈຸບັນ, Indonesia ແມ່ນປະເທດທີ່ມີອັດຕາສ່ວນຜູ້ສັກວັກຊິນກັນໂລກລະບາດໂຄວິດ 19 ສູງໃນໂລກ. ທ່ານລັດຖະມົນຕີກະຊວງສາທາລະນະສຸກ Indonesia  Budi Gunadi Sadikin ໃຫ້ຮູ້ວ່າ: ນອກຈາກ 5 ປະເທດໃນໂລກໄດ້ຜະລິດວັກຊິນຄື: ອາເມລິກາ, ອັງກິດ, ລັດເຊຍ, ອິນເດຍ ແລະ ຈີນ, Indonesia ແມ່ນປະເທດຢືນອັນດັບທີ 7 ໃນຈຳນວນບັນດາປະເທດ ມີອັດຕາສ່ວນຜູ້ສັກວັກຊິນກັນໂລກລະບາດໂຄວິດ 19 ສູງກ່ວາໝູ່.
ໂຄງການສັກວັກຊິນຂອງ Indonesia ເລີ່ມແຕ່ວັນທີ 13 ມັງກອນປີ 2021. ໃນໄລຍະທຳອິດ, Indonesia ໄດ້ບຸລິມະສິດສັກຢາໃຫ້ຖັນແຖວພະນັກງານການແພດ. ປະຈຸບັນ, ການສັກຢາພວມຢູ່ໃນໄລຍະ 2, ຊື່ງເປົ້າໝາຍແມ່ນພາລະກອນ ແລະ ຜູ້ອາຍຸສູງ ແລະ ປະຈຸບັນກໍ່ມີກ່ວາ 10.4 ລ້ານຄົນໄດ້ສັກວັກຊິນກັນໂລກລະບາດໂຄວິດ 19 ແລ້ວ. Indonesia ໄດ້ວາງຈຸດໝາຍຈະສັກຢາວັກຊິນໃຫ້ປະຊາຊົນ 181 ລ້ານຄົນໃນຮອບເວລາ 15 ເດືອນເພື່ອບັນລຸການຕ້ານທານຕໍ່ພະຍາດໃນຊຸມຊົນ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top