• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

IMF: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ສືບ​ຕໍ່ບັນ​ລຸ​ການ​ເຕີບ​ໂຕ​ໃນ​ປີ​ນີ້ ແລະ ຊຸມ​ປີ​ຕໍ່​ໄປ

ຄະນະປະຕິບັດງານຂອງ IMF ເຊື່ອໝັ້ນວ່າ ດ້ວຍນະໂຍບາຍບໍລິຫານເສດຖະກິດທີ່ມີໄຫວພິບ ແລະ ບັນລຸປະສິດທິຜົນຂອງ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງແລະ ທ່ານ Sanjaya Panth ຮອງຫົວໜ້າກົມອາຊີ - ປາຊີຟິກ ຂອງກອງທຶນເງິນຕາສາກົນ (IMF) (ພາບ: TTXVN)  

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະໃຫ້ຄຳປຶກສາມາດຕາທີ IV ຂອງ ກອງທຶນເງິນຕາສາກົນ (IMF) ໂດຍທ່ານ Sanjaya Panth ຮອງຫົວໜ້າກົມອາຊີ - ປາຊີຟິກ ຂອງກອງທຶນເງິນຕາສາກົນ (IMF) ເປັນຫົວໜ້າຄະນະ ເຊິ່ງພວມມີການໄປປະຕິບັດການຕີລາຄາປະຈຳໄລຍະຢູ່ ຫວຽດນາມ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີເນັ້ນໜັ້ກວ່າ ການຮ່ວມເດີນທາງກັບ IMF ມີຄວາມໝາຍສຳຄັນທີ່ສຸດໃນວິວັດຂະບວນການພັດທະນາຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ໃນສະພາບການປະສົບກັບຄວາມຫຍຸ້ງຍາກທົ່ວໂລກ, ຫວຽດນາມ ຍັງບັນລຸໄດ້ບັນດາໝາກຜົນທີ່ສຳຄັນ, ຮອບດ້ານພໍສົມຄວນ ໃນຫຼາຍຂົງເຂດຄື: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕມີການຟື້ນຟູ, ບັນດາຄວາມສົມດຸນໃຫຍ່ໄດ້ຮັບປະກັນ. ທ່ານນາຍົກລັດຖະມົນຕີ ຫວັງວ່າ IMF ຈະສືບຕໍ່ສະໜອງບັນດາໂຄງການບຳລຸງສ້າງ, ໜູນຊ່ວຍດ້ານເຕັກນິກໃນຂົງເຂດຕ່າງໆໃຫ້ແກ່ອົງການ ຫວຽດນາມ, ສະເໜີ IMF ສືບຕໍ່ເພີ່ມທະວີການເຄື່ອນໄຫວປຶກສາຫາລືນະໂຍບາຍໃຫ້ແກ່ ລັດຖະບານ ແລະ ບັນດາອົງການຂອງ ຫວຽດນາມ,ທ່ານກໍ່ມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງ ຫວຽດນາມ ແລະ IMF ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍເປັນຢ່າງດີກ່ວາອີກ.

ສ່ວນຄະນະປະຕິບັດງານຂອງ IMF ເຊື່ອໝັ້ນວ່າ ດ້ວຍນະໂຍບາຍບໍລິຫານເສດຖະກິດທີ່ມີໄຫວພິບ ແລະ ບັນລຸປະສິດທິຜົນຂອງ ຫວຽດນາມ, ໃນຊຸມເດືອນທ້າຍປີ 2023, ເສດຖະກິດ ຫວຽດນາມ ຈະບັນລຸການເຕີບໂຕທີ່ດີ, ທ່າເຕີບໂຕນີ້ຈະສືບຕໍ່ໄດ້ຮັກສາ, ຊຸກຍູ້ໃນຊຸມປີຕໍ່ໄປ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top