ໃນບົດລາຍງານແງ່ຫວັງພະລັງງານໂລກ, IEA ໄດ້ຊີ້ອອກວ່າ ການປະທະກັນໄດ້ທຳລາຍອິດທິພົນຂອງຊ່ອງແຄບທະເລ Hormuz - ຄືດັ່ງແລວພະລັງງານທີ່ໜ້າໄວ້ເນື້ອເຊື່ອໃຈຢ່າງໝົດກ້ຽງ, ເຮັດໃຫ້ຄວາມສາມາດກັບຄືນສູ່ສະພາບເດີມແມ່ນຍາກທີ່ຈະສາມາດເກີດຂຶ້ນໄດ້.
ບົດລາຍງານຂອງ IEA ໄດ້ຍົກອອກບັນດາແຜນການຈຳລອງຜົນກະທົບຂອງວິກິດການດ້ານພະລັງງານ. ໃນແຜນການຕັດຕອນຖືກແກ່ຍາວຢູ່ຕາເວັນອອກກາງ, ເລື່ອງບັນດາປະເທດຍູ້ແຮງພະລັງງານນິວເຄຼຍ ແລະ ລົດໄຟຟ້າ ອາດຈະເຮັດໃຫ້ຄວາມຕ້ອງການນຳ້ມັນທົ່ວໂລກຫລຸດລົງ 4,4 ລ້ານຖັງ/ວັນ ເມື່ອທຽບໃສ່ການບໍລິໂພກສະເລ່ຍ 102,3 ລ້ານຖັງ/ວັນໃນໄລຍະປະຈຸບັນ. ພິເສດ, ການເພີ່ມທະວີການນຳໃຊ້ລົດໄຟຟ້າ ອາດຈະຫລຸດຜ່ອນນຳ້ມັນກວ່າ 11 ລ້ານຖັງ/ວັນ ໃນປີ 2035.






