• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

IEA: ການປະທະກັນ ຕາເວັນອອກກາງ ປ່ຽນແປງລະບົບພະລັງງານທົ່ວໂລກຕະຫຼອດການ

ວັນ​ທີ 19 ພະ​ຈິກ​, ເປັນ​ຂີດ​ໝາຍ​ເກືອບ 9 ເດືອນທີ່ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມລິ​ກາ - ອິດ​ສະ​ຣາ​ແອນ ແລະ ອີ​ຣານ ເຮັດ​ໃຫ້​ຕັດ​ຕອນ​ແຫຼ່ງ​ສະ​ໜອງ​ຜ່ານ​ຊ່ອງແຄບ​ທະ​ເລ​ Hormuz, ເຊິ່ງ​ເປັນ​ສະ​ຖານ​ທີ່ຄ່ຽນຖ່າຍ 1/5 ປະ​ລິ​ມານ​ນຳ​້​ມັນ ແລະ ອາຍ​ແກັດ​ຂອງ​ໂລກ​, ທ່ານ Fatih Birol, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ຖະ​ແຫຼງ​ວ່າ​: ວິ​ກິດ​ການ​ໄດ້​ເຮັດ​ໃຫ້​ໂຄງ​ປະ​ກອບ​ພະ​ລັງ​ງານ​ທົ່ວ​ໂລກ​ປ່ຽນ​ແປງຕະ​ຫຼອດ​ການ​.
ຊ່ອງແຄບ ​​​​ທະ​ເລ ​Hormuz (ພາບ: IRNA/VNA)

​ໃນ​ບົດ​ລາຍ​ງານ​ແງ່​ຫວັງ​ພະ​ລັງ​ງານ​ໂລກ​, IEA ໄດ້​ຊີ້​ອອກ​ວ່າ ການ​ປະ​ທະ​ກັນ​ໄດ້​ທຳ​ລາຍ​ອິດ​ທິ​ພົນ​ຂອງ​ຊ່ອງແຄບ​ທະ​ເລ​ Hormuz - ຄື​ດັ່ງ​ແລວ​ພະ​ລັງ​ງານທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ໝົດ​ກ້ຽງ​, ເຮັດ​ໃຫ້​ຄວາມ​ສາ​ມາດ​ກັບ​ຄືນ​ສູ່​ສະ​ພາບ​ເດີມ​ແມ່ນ​ຍາກທີ່ຈະ​ສາ​ມາດເກີດ​ຂຶ້ນ​ໄດ້​.

​ບົດ​ລາຍ​ງານ​ຂອງ IEA ໄດ້​ຍົກ​ອອກ​​ບັນ​ດາ​ແຜນ​ການ​ຈຳ​ລອງ​ຜົນ​ກະ​ທົບ​ຂອງວິ​ກິດ​ການດ້ານ​ພະ​ລັງ​ງານ​. ໃນ​ແຜນ​ການຕັດ​ຕອນ​ຖືກ​​ແກ່​ຍາວ​ຢູ່​ຕາ​ເວັນ​ອອກ​ກາງ​, ເລື່ອງ​ບັນ​ດາ​ປະ​ເທດ​ຍູ້​ແຮງ​ພະ​ລັງ​ງານ​ນິວ​ເຄຼຍ ແລະ ລົດ​ໄຟ​ຟ້າ ອາດ​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ນຳ​້​ມັນ​ທົ່ວ​ໂລກ​ຫລຸດ​ລົງ 4,4 ລ້ານ​ຖັງ​/​ວັນ ເມື່ອ​ທຽບ​ໃສ່​ການບໍລິໂພກ​ສະ​ເລ່ຍ 102,3 ລ້ານ​ຖັງ​/​ວັນໃນໄລ​ຍະ​ປະ​ຈຸ​ບັນ​. ພິ​ເສດ​, ການ​ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ລົດ​ໄຟ​ຟ້າ ອາດ​ຈະ​ຫລຸດ​ຜ່ອນ​ນຳ​້​ມັນ​ກວ່າ 11 ລ້ານ​ຖັງ​/​ວັນ ໃນ​ປີ 2035.

(ແຫຼ່ງຄັດຈາກ VOV)

ຊາວໜຸ່ມ ຫວຽດນາມ - ຈີນ ຈະເປີດເສັ້ນທາງແຫ່ງມິດຕະພາບໃ

ຊາວໜຸ່ມ ຫວຽດນາມ - ຈີນ ຈະເປີດເສັ້ນທາງແຫ່ງມິດຕະພາບໃ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການປັບປຸງການພົວພັນມິດຕະພາບ, ການຮ່ວມມືກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ

Top