• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

GRECO 2026 ເຊື່ອມຕໍ່ເຕັກໂນໂລຊີກັບການເຕີບໂຕ ສີຂຽວ

ຕອນ​ຄຳ​່​ວັນ​ທີ 26 ຕຸ​ລາ​, ຢູ່​ຖະ​ໜົນ​ທາງ​ຍ່າງ ຫງວຽນ​ເຫ້ວ​, ຕາ​ແສງ ໄຊ່​ງ່ອນ​, ນະ​ຄອນ ໂຮ່​ຈີ​ມິນ​, ໄດ້​ໄຂ​ພື້ນ​ທີ່​ແນະ​ນຳ​ຜະ​ລິດ​ຕະ​ພັນ​, ບໍ​ລິ​ການ​ເຕີບ​ໂຕ​ສີ​ຂຽວ ນະ​ຄອນ ໂຮ່​ຈີ​ມິນ ຄັ້ງ​ທີ 4 ປີ 2026 (GRECO 2026), ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເກືອບ 90 ອົງ​ການ​ຈັດ​ຕັ້ງ​, ວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​.

​

  ພິທີໄຂຈັດຂຶ້ນຢູ່ ຖະໜົນທາງຍ່າງ ຫງວຽນເຫ້ວ (ພາບ: VNA)  

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​, ທ່ານ ຫງວຽນ​ລົກ​ຮ່າ​, ຮອງ​ປະ​ທານ ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈີ​ມິນ​, ໃຫ້​ຮູ້​ວ່າ​: ນະ​ຄອນ ໂຮ່​ຈີ​ມິນ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​, ກຳ​ນົດ​ການ​ຫັນ​ປ່ຽນ​ອຸດ​ສາ​ຫະ​ກຳ​ຕິດ​ພັນ​ກັບ​ການ​ຫັນ​ເປັນ​ສີ​ຂຽວ ແລະ ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ໜ້າ​ທີ່​ຈຸດ​ສຸມ​. ນີ້​ກໍ່​ແມ່ນ​ມາດ​ຕະ​ການ​ຫັນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຕິ​ບ​ໂຕ ສີ​ຂຽວ ແລະ ຄຳ​ໝັ້ນ​ສັນ​ຍາ​ບັນ​ລຸ​ລະ​ດັບ​ການ​ປ່ອນ​ອາຍ​ພິດ​​ເປັນ 0 ເປັນ​ລະ​ອຽດ​. ນະ​ຄອນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​, ຊຸກ​ຍູ້​ເຊື່ອມ​ຕໍ່​ລະ​ບົບ​​ຕ່ອງ​ໂສ້​ການ​ສະ​ໜອງ​ສີ​ຂຽວ​ຢູ່​ບັນ​ດາ​ເຂດ​​ອຸດ​ສາ​ຫະ​ກຳ​, ເຂດ​ປຸງ​ແຕ່ງ ສົ່ງ​ອອກ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​​ເຂົ້າ​ເຖິງ​ແຫຼ່ງ​ກຳ​ລັງ​ຫັນ​ປ່ຽນ​ການ​ຜະ​ລິດ​, ຍົກ​ສູງ​ຄວາມ​ສາ​ມາດ​ການ​ບໍ​ລິ​ຫານ​. ທ່ານ ຫງວຽນ​ລົກ​ຮ່າ​, ຮອງ​ປະ​ທານ ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈີ​ມິນ​, ໃຫ້​ຮູ້​ຕື່ມ​ອີກ​ວ່າ​:

“GRECO 2026 ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫັນ​ບັນ​ດາ​ທິດ​ທາງ​ຍຸດ​ທະ​ສາດ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ ​ໃຫ້​ເປັນ​ຮູບ​ປະ​ທຳ​​. ນີ້​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ວາງ​ສະ​ແດງ​ເທົ່າ​ນັ້ນ​, ຫາກ​ຍັງ​ສວມ​ບົດ​ບາດ​ຄື​ດັ່ງ​ລະ​ບົບ​ນິ​ເວດ​ແບບ​ຄົບ​ວົງ​ຈອນ ແລະ ຂົວ​ຕໍ່​ຫັນ​ປ່ຽນ​ເສດ​ຖະ​ກິດ​: ທັງ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຊີ​ກ້າວ​ໜ້າ​, ສ້າງ​ຈິນ​ຕະ​ນາ​ການ​ຜະ​ລິດ​ແບບ​ຍືນ​ຍົງ​​, ທັງ​ຍົກ​ສູງ​ຄວາມ​ຮູ້​ຂອງ​ປະ​ຊາ​ຄົມ ເພື່ອ​ສ້າງ​ຕະ​ຫຼາດ​ບໍ​ລິ​ໂພກ​ສີ​ຂຽວ​ໃຫ້​ແກ່​ນະ​ຄອນ​”.

(ແຫຼ່ງຄັດຈາກ VOV)

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບັນດາກົນໄກຂອງອົງການຈັດຕັ້ງສາກົນ, ພາກພື້ນຢ່າງມີປະສິດທິຜົນ

Top