• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

GDP 6 ເດືອນຕົ້ນປີເຕີບໂຕຢ່າງຕັ້ງໜ້າ

ວັນທີ 04 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຜ່ານເຄືອຂ່າຍອິນເຕີແນັດກັບ 63 ແຂວງ, ນະຄອນ. ກອງປະຊຸມເພື່ອແນໃສ່ຕີລາຄາສະພາບການເສດຖະກິດ - ສັງຄົມ ພາຍຫລັງ 6 ເດືອນຂອງປີ “ບຸກທະລຸ” 2019 ແລະ ປຶກສາຫາລືບັນດາມາດຕະການໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ

ບົດລາຍງານຢູ່ກອງປະຊຸມໃຫ້ຮູ້ວ່າ: ການເຕີບໂຕຂອງ GDP ໃນ 6 ເດືອນຕົ້ນປີຄາດວ່າບັນລຸໄດ້ 6,76%, ເຖິງວ່າຕ່ຳກ່ວາລະດັບການເຕີບໂຕຂອງ 6 ເດືອນຕົ້ນປີ 2018 ກໍ່ຕາມແຕ່ກໍ່ສູງກ່ວາລະດັບການເຕີບໂຕຂອງ 6 ເດືອນຕົ້ນປີຂອງປີ 2011 – 2017, ໃນສະພາບການ 70% ບັນດາພື້ນຖານເສດຖະກິດໃນໂລກ, ໃນນັ້ນ ບັນດາພື້ນຖານເສດຖະກິດພັດທະນາເກືອບທັງໝົດລ້ວນແຕ່ຕົກເຂົ້າສູ່ສະພາບການເຕີບໂຕຊ້າ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວວ່າ:

        ຍ້ອນມີຄວາມເປັນເຈົ້າການຢ່າງຂ້ຽວຂາດຂອງທັງລະບົບ, ພວກເຮົາຈຶ່ງບັນລຸໄດ້ໝາກຜົນທີ່ດີ. ນັ້ນແມ່ນເສດຖະກິດມະຫາພາກເປັນປົກກະຕິ, ການເຕີບໂຕ GDP ຕັ້ງໜ້າ, ການເກັບລາຍຮັບເຂົ້າງົບປະມານ, ການລົງທຶນການຄ້າ, ການສົ່ງອອກ ລ້ວນແຕ່ບັນລຸການເຕີບໂຕດີພໍສົມຄວນ. ເລື່ອງ ຫວຽດນາມ ບັນລຸ 6,76% GDP ແມ່ນດີທີ່ສຸດ. ຂ້າພະເຈົ້າຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງບັນດາຂະແໜງການ, ທ້ອງຖິ່ນຕ່າງໆ…

ກ່າວຄຳເຫັນປິດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ການເຕີບໂຕ GDP ໄຕມາດ 2 ແລະ 6 ເດືອນຕົ້ນປີແມ່ນໝາກຜົນທີ່ເປັນໜ້າປະເອີບໃຈເພື່ອປະຕິບັດໜ້າທີ່ຂອງທັງປີ. ທ່ານກ່າວວ່າ:

        “ເດັດຂາດບໍ່ໍທໍ້ຖອຍຕໍ່ຄວາມຫຍຸ້ງຍາກ; ເປັນເຈົ້າການຮັບມືກັບສະພາບການຢ່າງມີໄຫວພິບ; ເດັດຂາດບໍ່ດັດປັບ ບໍ່ວ່າຕົວເລກຄາດໝາຍໃດຂອງປີ 2019. ສຳລັບຄວາມສ່ຽງຈາກພາຍນອກ, ຄວນຕິດຕາມບັນດາການກະທົບຂອງສົງຄາມການຄ້າ, ເຕັກໂນໂລຊີຢ່າງຄົບຖ້ວນ ເພື່ອຍົກອອກບັນດາມາດຕະການໃຫ້ທັນການກ່ວາ ກວດກາຕີລາຄາປະກົດການຕິດເຄື່ອງໝາຍການຄ້າຂອງປະເທດອື່ນໃສ່ສິນຄ້າ ຫວຽດນາມ. ທີ 2 ແມ່ນຕິດຕາມ, ຕີລາຄາ, ຄາດຄະເນການກະທົບຂອງຕະຫລາດການເງິນເງິນຕາສາກົນ ເພື່ອມີມາດຕະການຮັບມື, ສ້າງບາດກ້າວພື້ນຖານ ເພື່ອຕ້ານການຊ໊ອກຈາກພາຍນອກ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top