• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

GDP ໄຕມາດທີ່ 1 ປີ 2024 ເພີ່ມຂຶ້ນ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023

ຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທີ 1 ປີ 2024, ຄາດວ່າເພີ່ມຂຶ້ນ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ສູງກວ່າລະດັບເພີ່ມຂຶ້ນຂອງໄຕມາດທີ 1 ປີ 2020 – 2023
(ຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທີ 1 ປີ 2024, ຄາດວ່າເພີ່ມຂຶ້ນ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023)

ຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທີ 1 ປີ 2024, ຄາດວ່າເພີ່ມຂຶ້ນ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ສູງກວ່າລະດັບເພີ່ມຂຶ້ນຂອງໄຕມາດທີ 1 ປີ 2020 – 2023; ດັດຊະນີການໃຊ້ສອຍ (CPI) ໃນໄຕມາດທີ 1 ເພີ່ມຂຶ້ນ 3,77% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນໄລຍະ 3 ເດືອນຜ່ານມາ, ທົ່ວປະເທດມີວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ ແລະ ກັບຄືນເຄື່ອນໄຫວແມ່ນເກືອບ 60.000 ແຫ່ງ, ເພີ່ມຂຶ້ນກວ່າ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ນັ້ນແມ່ນບັນດາຂໍ້ມູນຕັ້ງໜ້າໃນບົດລາຍງານສະພາບການເສດຖະກິດ - ສັງຄົມໃນໄຕມາດທີ 1 ໂດຍກົມໃຫຍ່ສະຖິຕິຫາກໍ່ປະກາດໃນຕອນເຊົ້າວັນທີ 29 ມີນາ.

ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ສະຖິຕິ, ຖືວ່າ, ກ້າວເຂົ້າສູ່ໄຕມາດທີ 2, ສະພາບການເສດຖະກິດ - ສັງຄົມສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ສະນັ້ນ, ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕຄືດັ່ງຄາດໝາຍທີ່ໄດ້ວາງອອກ, ຕ້ອງປະຕິບັດມາດຕະການແກ້ໄຂຈຳນວນໜຶ່ງທີ່ສອດຄ່ອງກັບສະພາບຕົວຈິງ.

“ທຸກຂັ້ນ, ທຸກຂະແໜງການ ຕ້ອມເພີ່ມທະວີການຄາດຄະເນ, ເປັນເຈົ້າການບໍລິຫານຢ່າງມີໄຫວພິບ, ສອດຄ່ອງກັບສະພາບການໃໝ່, ຮັບມືກັບບັນດາສະພາບການເກີດຂຶ້ນໃໝ່ຢ່າງທັນການ. ອັບເດດບັນດາສະພາບການກ່ຽວກັບການເຕີບໂຕ, ໄພເງິນເຟີ້ຢ່າງລ້ຽນຕິດ. ມີການສົມທົບກັນລະຫວ່າງບັນດານະໂຍບາຍບໍລິຫານເສດຖະກິດມະຫາພາກຢ່າງແໜ້ນແຟ້ນ, ກົມກຽວ, ເພື່ອຮັກສາສະຖຽນລະພາບ ແລະ ການເຕີບໂຕຂອງພື້ນຖານເສດຖະກິດ. ຕ້ອງຕິດຕາມສະພາບການລາຄາເຄື່ອງໃຊ້ສອຍທີ່ຈຳເປັນຢ່າງແໜ້ນແຟ້ນ…”

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top