• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

G7 ຮຽກ​ຮ້ອງ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຫຼີກ​ລ້ຽງ​ການ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ເພີ່ມ​ຂຶ້ນ

ອີຕາລີ ປະເທດພວມຮັບດຳລົງຕຳແໜ່ງປະທານໝູນວຽນຂອງ G7 ຊີ້ແຈ້ງວ່າ G7 ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ບໍ່ເຮັດທຸກການກະທຳທີ່ ອາດຈະກີດຂວາງວິວັດການເຈລະຈາ ແລະ ສັນຕິພາບ ກໍ່ຄືເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.
ກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດ G7 (ພາບ: AFP/TTXVN)

ວັນທີ 4 ສິງຫາ, ບັນດາລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງເຖິງວິກິດການຢູ່ ພາກພື້ນຕາເວັນອອກກາງ ໃນປັດຈຸບັນຈົ່ງລະຫງັບໃຈບໍ່ວ່າບາດກ້າວໃດເຊິ່ງອາດຈະເຮັດໃຫ້ການປະທະກັນເພີ່ມຂຶ້ນກ່ວາອີກ. ໃນຖະແຫຼງການສະບັບໜຶ່ງ, ອີຕາລີ ປະເທດພວມຮັບດຳລົງຕຳແໜ່ງປະທານໝູນວຽນຂອງ G7 ຊີ້ແຈ້ງວ່າ G7 ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ບໍ່ເຮັດທຸກການກະທຳທີ່ ອາດຈະກີດຂວາງວິວັດການເຈລະຈາ ແລະ ສັນຕິພາບ ກໍ່ຄືເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.

ຕາມທ່ານ Antonio Tajani ລັດຖະມົນຕີການຕ່າງປະເທດ ອີຕາລີແລ້ວ, ພາຍຫຼັງການປຶກສາຫາລືກ່ຽວກັບການຜັນແປຫວ່າງແລ້ວນີ້ໃນກອງປະຊຸມທາງໄກ, ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ສະແດງຄວາມວິຕົກກັງວົນຢ່າງແຮງ ກ່ຽວກັບບັນດາເຫດການທີ່ເກີດຂຶ້ນວ່າງແລ້ວນີ້ ເຊິ່ງມີຄວາມສ່ຽງພາໄປເຖິງ ວິກິດການແຜ່ລາມໃນທົ່ວພາກພື້ນ, ເລີ່ມແຕ່ລີບັງ”. ຖະແຫຼງການຂອງບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ຮຽກຮ້ອງໃຫ້ບັນດາຝ່າຍຕ້ອງບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ ເຂດກາຊາ ແລະ ປ່ອຍບັນດາຕົວປະກັນຢູ່ນັ້ນໃຫ້ເປັນອິດສະຫຼະ, ກໍ່ຄືຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ບັນດາປະເທດ G7 ກ່ຽວກັບການເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນຢູ່ເຂດຜືນແຜ່ນດິນຂອງ ປາແລັດສະຕິນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top