• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

G7 ໃຫ້ຄຳໝັ້ນສັນຍາອຸປະຖຳວັກຊິນກັນພະຍາດໂຄວິດ - 19 1 ຕື້ ໂດສ

      ຈຳນວນວັກຊິນ 1 ຕື້ໂດສ ທີ່ໄດ້ໃຫ້ຄຳໝັ້ນສັນຍາຈະອຸປະຖຳໃນຄັ້ງນີ້ ຈະໄດ້ແຈກຢາຍຜ່ານທັງຊ່ອງທາງໂດຍກົງ ແລະ ຜ່ານໂຄງການ COVAX. 
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ G7  ຢູ່ ອັງກິດ ໃນວັນທີ 12 ມິຖຸນາ (ພາບ: AFP/TTXVN)
      ການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ວັນທີ 13 ມິຖຸນາ, ໃຫ້ຄຳໝັ້ນສັນຍາ ຈະອຸປະຖຳວັກຊິນກັນພະຍາດໂຄວິດ - 19 ຈຳນວນ 1 ຕື້ ໂດສ ແລະ ເພີ່ມທະວີການເຄື່ອນໄຫວກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ໃນແຈ້ງການສຸດທ້າຍເມື່ອອັດກອງປະຊຸມສຸດຍອດ G7 ທີ່ຖືກດຳເນີນໂດຍກົງເປັນຄັ້ງທຳອິດພາຍຫຼັງໄລຍະເກືອບ 2 ປີ, ການນຳບັນດາປະເທດໄດ້ສະແດງຄວາມຊົມເຊີຍຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໃນການນຳ G7 ກັບຄືນສູ່ຄວາມສະໜິດຕິດພັນ ພາຍຫຼັງ “ທົດສະວັດທີ່ມີຄວາມບໍ່ລົງລອຍກັນຫຼາຍຢ່າງ”.
            ກ່າວຄຳເຫັນຕໍ່ວົງການສື່ມວນຊົນພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson - ປະທານກອງປະຊຸມ ຖືວ່າ ຈຳນວນວັກຊິນ 1 ຕື້ໂດສ ທີ່ໄດ້ໃຫ້ຄຳໝັ້ນສັນຍາຈະອຸປະຖຳໃນຄັ້ງນີ້ ຈະໄດ້ແຈກຢາຍຜ່ານທັງຊ່ອງທາງໂດຍກົງ ແລະ ຜ່ານໂຄງການ COVAX. ເຖິງຢ່າງໃດກໍຕາມ, ຈຳນວນວັກຊິນດັ່ງກ່າວ ແມ່ນຍັງໜ້ອຍກວ່າຫຼາຍເທົ່າ ເມື່ອທຽບໃສ່ຈຳນວນ 11 ຕື້ໂດສ ເຊິ່ງ ອົງການ WHO ຖືວ່າຈຳເປັນ ເພື່ອສາມາດສັກວັກຊິນໃຫ້ແກ່ປະມານ 70% ຈຳນວນປະຊາກອນໃນໂລກ.
            G7 ກໍໃຫ້ຄຳໝັ້ນສັນຍາຈະອຸປະຖຳຫຼາຍໃຫ້ແກ່ບັນດາປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດຫຼາຍກວ່າອີກ, ພ້ອມທັງຍົກເລີກບາງບ້ວງເງິນລົງທຶນເຂົ້າໃນຂະແໜງເຊື້ອໄຟຟອກຊິວ. ໃນ “ສົນທິສັນຍາກ່ຽວກັບທຳມະຊາດ” ທີ່ໄດ້ປະກາດໃນວັນທີ 13 ມິຖຸນາ ພ້ອມດ້ວຍຖະແຫຼງການຮ່ວມຂອງ G7, ບັນດາການນຳໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຫຼຸດເຄິ່ງໜຶ່ງປະລິມານການປ່ອຍອາຍພິດ carbon ໃນປີ 2030 ເມື່ອທຽບໃສ່ປີ 2010 ແລະ ສະກັດກັ້ນສະພາວະສູນເສຍຊີວະນາໆພັນ. 
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top