• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ແທັງ​ລອງ - ຮ່າ​ໂນ້ຍ​ ຄັ້ງ​ທີ II: ເຊື່ອມ​ຕໍ່​ກະ​ແສ​ມໍ​ລະ​ດົກ

Festival ທັງ​ລອງ - ຮ່າ​ໂນ້ຍ ຄັ້ງ​ທີ II ປີ 2026 ໄດ້​ອັດ​ລົງ​ດ້ວຍ​ບັນ​ດາ​ຂີ​ດ​ໝາຍ​ທີ່ບໍ່​ພຽງ​ແຕ່​ມີ​ຂອບ​ຂະ​ໜາດ​ຈັດ​ຕັ້ງ, ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼາຍ​ເທົ່າ​ນັ້ນ ຫາກ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ວິ​ທີ​ທີ່​ມໍ​ລະ​ດົກ​ໄດ້​ເຊື່ອມ​ຕໍ່​ກັບ​ສິ​ລະ​ປະ​ຍຸກ​ສະ​ໄໝ, ການ​ດຳ​ລົງ​ຊີ​ວິດ ແລະ ການ​ເຄື່ອນ​ໄຫວທີ່​ປະ​ດິດ​ຄິດ​ສ້າງ.
ລາຍ​ການ​ສະ​ແດງ​ສິ​ລະ​ປະທີ່​ພີ​ທີ​ອັດ Festival ແທັງ​ລອງ - ຮ່າ​ໂນ້ຍ​ ຄັ້ງ​ທີ II (ພາບ: VNA)
ພາຍຫຼັງ 10 ວັນ​ທີ່ດຳ​ເນີນ​ຢ່າງ​ຟົດ​ຟື້ນ (11 – 20 ກັນ​ຍາ), Festival ແທັງ​ລອງ - ຮ່າ​ໂນ້ຍ ​ຄັ້ງ​ທີ II ປີ 2026 ດ້ວຍ​ຫົວ​ຂໍ້ “ກະ​ແສມໍ​ລະ​ດົກ - Heritage Flow” ໄດ້​ອັດ​ລົງ​ດ້ວຍ​ລາຍ​ການພິທີ​ອັດ​ວັນ​ບຸນ Festival ທີ່​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 20 ກັນ​ຍາ, ຢູ່​ສະ​ໜາມຫຼວງ ດົງ​ກິງ​ເຫງ້ຍ​ຖຸກ, ຮ່າ​ໂນ້ຍ. Festival ທັງ​ລອງ - ຮ່າ​ໂນ້ຍ ຄັ້ງ​ທີ II ປີ 2026 ໄດ້​ອັດ​ລົງ​ດ້ວຍ​ບັນ​ດາ​ຂີ​ດ​ໝາຍ​ທີ່ບໍ່​ພຽງ​ແຕ່​ມີ​ຂອບ​ຂະ​ໜາດ​ຈັດ​ຕັ້ງ, ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼາຍ​ເທົ່າ​ນັ້ນ ຫາກ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ວິ​ທີ​ທີ່​ມໍ​ລະ​ດົກ​ໄດ້​ເຊື່ອມ​ຕໍ່​ກັບ​ສິ​ລະ​ປະ​ຍຸກ​ສະ​ໄໝ, ການ​ດຳ​ລົງ​ຊີ​ວິດ ແລະ ການ​ເຄື່ອນ​ໄຫວທີ່​ປະ​ດິດ​ຄິດ​ສ້າງ. ຕາມ​ນັ້ນ​ແລ້ວ, Festival ໄດ້ຈັດ​ກວ່າ 16 ກິດ​ຈະ​ກຳ, ເຕົ້າໂຮມ​ນັກ​ສິ​ລະ​ປິນ, ນັກ​ສະ​ແດງ ​ເຂົ້າ​ຮ່ວມກວ່າ 3.000, ນັກ​ສິ​ລະ​ປະ​ການ​ພ້ອມ​ກັບ​ຄະ​ນະ​ສິ​ລະ​ປະ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ທີ່​ມາ​ຈາກ ສ.ເກົາຫຼີ, ອິນ​ເດຍ ແລະ ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ປະ​ເທດ ກວ່າ 100 ຄົນ… ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວກວ່າ 250.000 ເທື່ອຄົນ​.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top