• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

FAO ຍາ​ມ​ໃດ​ກໍ​ຖື ຫວຽດ​ນາມ​ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ພາກ​ພື້ນ

ວັນ​ທີ 21 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ ​ອົງ​ການອາ​ຫ​ານ​ ແລະ ການ​ກະ​ເສດ​ຂອງ ສ​ປ​ຊ (FAO) ຢູ່ ຣົມ (ອີ​ຕ​າ​ລີ), ທ່ານ​ນາງ ຫງວຽນ​ເຟືອງ​ແອັງ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ຫວຽ​ດ​ນາມ ປະ​ຈຳ ອີ​ຕ​າ​ລີ ໄດ້​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ເຖິງ​ທ່ານ ຈຸຍ​ຕຸງ​ອຸຍ ຜູ້​ອຳ​ນວຍ​ການ​ໃຫຍ່ FAO, ດຳ​ລົງ​ບົດ​ບາດ​ເປັນ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ FAO ຢ່າງ​ເປັນ​ທາງ​ການ.
ທ່ານ​ນາງ ຫງວຽນ​ເຟ​ືອງ​ແອັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ (ພາບ: TTXVN)

ໃນ​ການ​ຕ້ອນ​ຮັບ​ພາຍຫຼັງ​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ ຈຸຍ​ຕຸງ​ອຸຍ ຜູ້​ອຳ​ນວຍ​ການ​ໃຫຍ່ FAO ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​​ຜົນ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ. ທ່ານ ຈຸຍ​ຕຸງ​ອຸຍ ສະ​ເໜີ ຫວຽດ​ນາມ ສືບ​ຕໍ່​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ພັດ​ທະ​ນາ, ແຜ່​ກະ​ຈາຍ​ບັນ​ດາ​ຮູບ​ແບບ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໄປ​ເຖິງ​ຫຼາຍ​ປະ​ເທດ ແລະ ພາກ​ພື້ນ, ພ້ອມ​ດຽວ​ກັນ​ນັ້ນ ​ກໍ່ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ໃນ​ບັນ​ດາ​ຂົງ​ເຂດ​ຫັນ​ປ່ຽນ​ລະ​ບົບ​​ທັນ​ຍາ​ຫານ, ອາ​ຫານ​ແບບ​ຍືນ​ຍົງ, ກະ​ສິ​ກຳ​ສີ​ຂຽວ ແລະ ການ​ປັບ​ຕົວ​ໃຫ້​ເໝາະກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ສ່ວນ​ທ່ານ​ນາງ ຫງວຽນ​ເຟ​ືອງ​ແອັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ FAO ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່, ພັດ​ທະ​ນາ​ກະ​ສິ​ກຳ​ສີ​ຂ​ຽວ, ຍືນ​ຍົງ, ຫັນ​ເປັນ​ດີ​ຈີ​ຕອນ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ຜັນ​ຂະ​ຫຍາຍ​ວິ​ທີ​ເຂົ້າ​ເຖິງ One Health ແລະ ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

(ແຫຼ່ງຄັດຈາກ VOV)

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ງານ​ບຸນ ດ່າ​ໜັງ Food Tour 2026 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ພຶດ​ສະ​ພາ, ຢູ່​ສວນ​ສາ​ທາ​ລະ​ນະ ບຽນ​ດົ່ງ (ທະ​ເລ​ຕາ​ເວັນ​ອອກ). ໂດຍ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 20 – 24 ພຶ​ດ​ສະ​ພາ, ງານ​ບຸນ​ດັ່ງ​ກ່າວ​ແມ່ນ​ຈຸດ​ເນັ້ນ​ໜັກ​ໃນ​ລະ​ດູ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ຮ້ອນ ດ່າ​ໜັງ 2026.

Top