• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ສະຫນອງເງິນກວ່າ 56 ລ້ານເອີໂຣຊ່ວຍເຫລືອມະນຸດສະທຳໃຫ້ແກ່ ອາຊີ -ປາຊີຟິກ

ຄຳປະກາດບ້ວງຊ່ວຍເຫລືອມະນຸດສະທຳດັ່ງກ່າວໄດ້ຍົກອອກມາເນື່ອງໃນໂອກາດເວທີປາໄສຂັ້ນລັດຖະມົນຕີ ສະຫະພາບເອີລົບ (EU)ແລະ ພາກພື້ນມະຫາສະມຸດ ອິນເດຍ-ປາຊີຟິກ ແລະກອງປະຊຸມລັດຖະມົນຕີ ອີຢູ - ອາຊຽນ
ສະກຸນເງິນເອີໂຣ: AFP/TTXVN

ວັນທີ 2 ກຸມພາ ຄະນະກຳມະການເອີລົບ (EC) ຕົກລົງສະຫງວນບ້ວງເງິນຊ່ວຍເຫລືອມະນຸດສະທຳກວ່າ 56 ລ້ານ ເອີໂຣ ໃນປີນີ້ ເພື່ອຫນູນຊ່ວຍປະຊາຊົນພວມປະສົບກັບຄວາມຫຍຸ້ງຍາກຢູ່ ອາຊີ -ປາຊີຟິກ. ຄຳປະກາດບ້ວງຊ່ວຍເຫລືອມະນຸດສະທຳດັ່ງກ່າວໄດ້ຍົກອອກມາເນື່ອງໃນໂອກາດເວທີປາໄສຂັ້ນລັດຖະມົນຕີ ສະຫະພາບເອີລົບ (EU) ແລະ ພາກພື້ນມະຫາສະມຸດ ອິນເດຍ-ປາຊີຟິກ ແລະກອງປະຊຸມລັດຖະມົນຕີ ອີຢູ - ອາຊຽນ ຈັດຕັ້ງຢູ່ນະຄອນຫລວງ ບຣຸກແຊນ ໃນວັນທີ 2 ກຸມພາ.

ທ່ານ Janez Lenarčič ກຳມະການ ເອີລົບ ຮັບຜິດຊອບການຄຸ້ມຄອງວິກິດການ ໄດ້ເນັ້ນຫນັກວ່າ: ບາງປະເທດຢູ່ ອາຊີ -ປາຊີຟິກ ພວມປະເຊີນຫນ້າກັບສະພາບການສຸກເສີນ ແລະສິ່ງທ້າທາຍຮີບດ່ວນທີ່ຕ່າງກັນ ຈາກການປະທະກັນຕະຫລອດຮອດບັນຫາສິ່ງແວດລ້ອມ. ບ້ວງເງິນ 56 ລ້ານ ເອີໂຣ ດັ່ງກ່າວ ຈະຊ່ວຍບັນດາຄູ່ຮ່ວມມືຂອງອີຢູ ຢູ່ປະເທດປະຈຳຖິ່ນ ແມ່ນຫນູນຊ່ວຍໃຫ້ຜູ້ມີຄວາມສ່ຽງ ພ້ອມທັງເພີ່ມທະວີກຳລັງຄວາມສາມາດຂອງອຳນາດການປົກຄອງທ້ອງຖິ່ນໃນວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top