• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ສະໜັບສະໜູນແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກຕາມກົດໝາຍ ສາກົນ

      ວັນທີ 21 ພະຈິກ, EU ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເຄົາລົບຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ພ້ອມທັງແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີອີງຕາມກົດໝາຍສາກົນ.
ປັ່ນຕຳຫຼວດທະເລຂອງ ຈີນ ຢູ່ທະເລຕາເວັນອອກ
(ພາບປະກອບ: Reuters)
      ໃນຖະແຫຼງການ, EU ໄດ້ຢັ້ງຢືນຄືນໃໝ່ເລື່ອງຄັດຄ້ານຢ່າງແຮງ ບັນດາການເຄື່ອນໄຫວຕາມລຳພັງຝ່າຍດຽວ ກໍ່ຄວາມເສຍຫາຍຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ກໍ່ຄືຄວາມເປັນລະບຽບຮຽບຮ້ອຍ ຕາມກົດໝາຍສາກົນ. ພ້ອມກັນນັ້ນ EU ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ທຸກຝ່າຍຕ້ອງເຄົາລົບຄວາມເສລີໃນການເດີນເຮືອ ແລະ ການເດີນບິນຢູ່ທະເລຕາເວັນອອກ; ສະແດງໃຫ້ເຫັນການສະໜັບສະໜູນວິວັດທະນາການໂດຍ ອາຊຽນ ນຳພາ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top