ຂ່າວສານ

EU ສະໜັບສະໜູນແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກຕາມກົດໝາຍ ສາກົນ

      ວັນທີ 21 ພະຈິກ, EU ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເຄົາລົບຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ພ້ອມທັງແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີອີງຕາມກົດໝາຍສາກົນ.
ປັ່ນຕຳຫຼວດທະເລຂອງ ຈີນ ຢູ່ທະເລຕາເວັນອອກ
(ພາບປະກອບ: Reuters)
      ໃນຖະແຫຼງການ, EU ໄດ້ຢັ້ງຢືນຄືນໃໝ່ເລື່ອງຄັດຄ້ານຢ່າງແຮງ ບັນດາການເຄື່ອນໄຫວຕາມລຳພັງຝ່າຍດຽວ ກໍ່ຄວາມເສຍຫາຍຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ກໍ່ຄືຄວາມເປັນລະບຽບຮຽບຮ້ອຍ ຕາມກົດໝາຍສາກົນ. ພ້ອມກັນນັ້ນ EU ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ທຸກຝ່າຍຕ້ອງເຄົາລົບຄວາມເສລີໃນການເດີນເຮືອ ແລະ ການເດີນບິນຢູ່ທະເລຕາເວັນອອກ; ສະແດງໃຫ້ເຫັນການສະໜັບສະໜູນວິວັດທະນາການໂດຍ ອາຊຽນ ນຳພາ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)


top