• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ECB ຄາດ​ຄະ​ເນ​​ໄພ​ຊຸດ​ໂຊມ​ເສດ​ຖະ​ກິດ​ຂອງ Eurozone

ນັບແຕ່ທ້າຍເດືອນສິງຫາຜ່ານມາ, ເອີຣົບ ບໍ່ໄດ້ຮັບອາຍແກັດຈາກ ລັດເຊຍ ຜ່ານລະບົບທໍ່ສົ່ງນ້ຳມັນທາງທິດເໜືອເລກ 1, ເຮັດໃຫ້ລາຄາພະລັງງານຢູ່ທະວີບນີ້ເພີ່ມຂຶ້ນສູງ, ຍູ້ໄພເງິນເຟີ້ທີ່ພວມສູງແລ້ວໃຫ້ຂຶ້ນສູງລະດັບສະຖິຕິ ຈົນຮອດ 10% ໃນເດືອນກັນຍາ ຜ່ານມາ.
  ສຳນັກງານທະນາຄານສູນກາງ ເອີຣົບ (ECB) (ພາບ: AFP/TTXVN)  

ເປັນສິ່ງທີ່ບໍ່ແນ່ນອນກ່ຽວກັບການນຳເຂົ້າພະລັງງານຈາກ ລັດເຊຍ  ພວມຍູ້ພາກພື້ນນໍາໃຊ້ສະກຸນເງິນລວມ ເອີຣົບ (Eurozone) ໃກ້ຈະຕົກເຂົ້າສູ່ສະພາບເສດຖະກິດຊຸດໂຊມໃນປີ 2023. ຂໍ້ສັງເກດນີ້ ໂດຍທ່ານ Luis de Guindos ຮອງປະທານທະນາຄານສູນກາງ ເອີຣົບ (ECB) ຍົກອອກມາໃນວັນທີ 14 ຕຸລາ ໃນຂະນະທີ່ຕອບສຳພາດຕໍ່ນັກຂ່າວໜັງສືພິມເສດຖະກິດປະຈຳອາທິດ Verslo Zinios ຂອງ Litva.

ນັບແຕ່ທ້າຍເດືອນສິງຫາຜ່ານມາ, ເອີຣົບ ບໍ່ໄດ້ຮັບອາຍແກັດຈາກ ລັດເຊຍ ຜ່ານລະບົບທໍ່ສົ່ງນ້ຳມັນທາງທິດເໜືອເລກ 1, ເຮັດໃຫ້ລາຄາພະລັງງານຢູ່ທະວີບນີ້ເພີ່ມຂຶ້ນສູງ, ຍູ້ໄພເງິນເຟີ້ທີ່ພວມສູງແລ້ວໃຫ້ຂຶ້ນສູງລະດັບສະຖິຕິ ຈົນຮອດ 10% ໃນເດືອນກັນຍາ ຜ່ານມາ. ECB ກໍຄືທະນາຄານສູນກາງຫຼາຍແຫ່ງໃນໂລກ ໄດ້ເພີ່ມອັດຕາດອກເບ້ຍຂຶ້ນ ເພື່ອແນໃສ່ “ຄວບຄຸມ” ໄພເງິນເຟີ້, ແຕ່ພັດເຮັດໃຫ້ຄວາມຕ້ອງການບໍລິໂພກຫຼຸດລົງ, ອັນໄດ້ຍູ້ພື້ນຖານເສດຖະກິດຕົກເຂົ້າສູ່ໄຟຖືກຊຸດໂຊມ.

ECB ຄາດວ່າ ໃນກໍລະນີ ແງ່ຫວັງເສດຖະກິດມືດມົນ, ໄພເງິນເຟີ້ໃນແຕ່ລະປີຂອງ Eurozone  ອາດຈະຂຶ້ນເຖິງ 8,4% ໃນປີນີ້ ແລະ 6,9% ໃນປີ 2023.

ຕາມແຜນການແລ້ວ, ສະພາບໍລິຫານ ECB ຈະຈັດກອງປະຊຸມກ່ຽວກັບນະໂຍບາຍເງິນຕາ ຄັ້ງຕໍ່ໄປໃນວັນທີ 27 ຕຸລາ ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top