ທີ່ກອງປະຊຸມໃນວັນທີ 05 ກຸມພາ ຢູ່ສຳນັກງານຢູ່ Frankfurt (ເຢຍລະມັນ), ທະນາຄານສູນກາງເອີຣົບ (ECB) ໄດ້ຕົກລົງຮັກສາອັດຕາດອກເບ້ຍຄືເກົ່າເປັນຄັ້ງທີ 5 ຢ່າງລຽນຕິດ, ຢູ່ໃນລະດັບອັດຕາດອກເບ້ຍມາດຖານແມ່ນ 2%, ເຊິ່ງໄດ້ຮັກສາມາແຕ່ເດືອນມິຖຸນາ 2025. ເມື່ອອະທິບາຍໃຫ້ແກ່ການຕົກລົງດັ່ງກ່າວ, ECB ຖືວ່າ ພື້ນຖານເສດຖະກິດຂົງເຂດສະກຸນເງິນລວມເອີໂຣ (Eurozone) ຍັງຄົງມີຄວາມສາມາດຢ່າງພຽງພໍເພື່ອທົນທານຕໍ່ກັບບັນດາຄວາມວິຕົກກັງວົນຕໍ່ຜົນກະທົບຂອງສະກຸນເງິນ ເອີໂຣ ທີ່ນັບມື້ນັບເພີ່ມຂຶ້ນຢ່າງແຮງກວ່າ. ກ່ຽວກັບໄພເງິນເຟີ້, ECB ໃຫ້ຂໍ້ສັງເກດວ່າ “ໄພເງິນເຟີ້ຈະຮັກສາສະຖຽນລະພາບປິ່ນອ້ອມເປົ້າໝາຍຂອງ ECB ໃນໄລຍະກາງ”.
ໃນການຜັນແປໜຶ່ງຂອງວັນດຽວກັນ, ທະນາຄານສູນກາງອັງກິດ ກໍຕົກລົງຮັກສາອັດຕາດອກເບ້ຍມາດຖານໃຫ້ຢູ່ໃນລະດັບ 3,75%, ພ້ອມທັງຫຼຸດຜ່ອນການຄາດຄະເນລະດັບການເຕີບໂຕຂອງ ອັງກິດ ໃນປີ 2026 ແລະ 2027. ທະນາຄານສູນກາງອັງກິດ ຄາດວ່າລະດັບເຕີບໂຕ GDP ຈະບັນລຸ 0,9% ໃນປີ 2026 ແລະ 1,5% ໃນປີ 2027. ບັນດາຕົວເລກທີ່ໄດ້ຄາດຄະເນກ່ອນໜ້ານັ້ນ ແມ່ນ 1,25% ໃນປີ 2026 ແລະ 1,6% ໃນປີ 2027 ຕາມລຳດັບ.






