ຂ່າວສານ
DIFF 2026: ລາຍການຍິງບັ້ງໄຟດອກຂອງທິມ ເຢຍລະມັນ ແລະ ມາເກົ່າ (ຈີນ) ປະກົດຂຶ້ນຢ່າງພົ້ນເດັ່ນໃນທ້ອງຟ້າເຂດແມ່ນ້ຳຮ່ານ
ເມື່ອຕີລາຄາກ່ຽວກັບຄຸນນະພາບຂອງການແຂ່ງຂັນປີນີ້, ນັກດົນຕີ ຫງວຽນດຶກຈິ້ງ, ປະທານສະມາຄົມນັກດົນຕີ ຫວຽດນາມ, ສະມາຊິກຄະນະກຳມະການ DIFF 2026 ຖືວ່າ ບັນດາທິມເຂົ້າຮ່ວມລ້ວນແຕ່ມີການລົງທຶນ, ປ່ຽນແປງໃໝ່ ແລະ ປະດິດຄິດສ້າງໃນວິທີການສ້າງເນື້ອໃນສະແດງ. ມີຫຼາຍທິມໄດ້ແນະນຳບັນດາເລື່ອງລາວທີ່ເຕັມໄປດ້ວຍຄວາມຮູ້ສຶກ ແລະ ມີສີສັນເປັນເອກະລັກສະເພາະຜ່ານສິລະປະຍິງບັ້ງໄຟດອກ.
ຕາມແຜນການແລ້ວ, ການແຂ່ງຂັນໃນຄ່ຳຄືນຕໍ່ໄປຂອງ DIFF 2026 ຈະດຳເນີນໃນວັນທີ 27 ມິຖຸນາ ດ້ວຍການແຂ່ງຂັນລະຫວ່າງ ອົດສະຕາລີ ແລະ ປອກຕຸຍການ ຕາມຫົວຂໍ້ “ວິໄສທັດ” ແລະ ຮອບຊິງຊະນະເລີດຄາດວ່າຈະດຳເນີນໃນວັນທີ 17 ກໍລະກົດ.






