• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

DIFF 2026: ລາຍ​ການ​ຍິງ​ບັ້ງ​ໄຟ​ດອກ​ຂອງ​ທິມ ເຢຍ​ລະ​ມັນ ແລະ ມາ​ເກົ່າ (ຈີນ) ປະ​ກົດ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ​ໃນ​ທ້ອງ​ຟ້າ​ເຂດ​ແມ່​ນ້ຳ​ຮ່ານ

ຕອນ​ຄ່ຳ​ວັນ​ທີ 20 ມິ​ຖຸ​ນາ, ງານ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ໜັງ (DIFF) ປີ 2026 ໄດ້​ກ້າວ​ເຂົ້າ​ສູ່​ການ​ແຂ່ງ​ຂັ​ນ​ມື້​ທີ 4 ດ້ວຍ​ຫົວ​ຂໍ້ “ປະ​ດິດ​ຄິດ​ສ້າງ”, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອ​ງ​ທິມ​ບັ້ງ​ໄຟ​ດອກ Steffes-Ollig Feuerwerke GmbH & Co. KG (ເຢຍ​ລະ​ມັນ) ແລະ Apple Pyrotechnics Co., Ltd (ມາ​ເກົ່າ, ຈີນ).
  ທິມ Apple Pyrotechnics Co., Ltd ​ມາ​ເກົ່າ (ຈີນ) ດ້ວຍ​ການ​ສະ​ແດງ​ທີ່​ມີ​ຊື່​ວ່າ "Celestial Journey to the West" (ພາບ: VOV)  

ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ຄຸນ​ນະ​ພາບ​ຂອງ​ການ​ແຂ່ງຂັນ​ປີ​ນີ້, ນັກ​ດົນ​ຕີ ຫງວຽນ​ດຶກ​ຈິ້ງ, ປະ​ທານ​ສະ​ມາ​ຄົມ​ນັກ​ດົນ​ຕີ ຫວຽດ​ນາມ, ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ DIFF 2026 ຖື​ວ່າ ບັນ​ດາ​ທິມ​ເຂົ້າ​ຮ່ວມ​ລ້ວນ​ແຕ່​ມີ​ການ​ລົງ​ທຶນ, ປ່ຽນ​ແປງ​ໃໝ່ ແລະ ປະ​ດິດ​ຄິດ​ສ້າງ​ໃນ​ວິ​ທີ​ການ​ສ້າງ​ເນື້ອ​ໃນ​ສະ​ແດງ. ມີຫຼາ​ຍ​ທິມ​ໄດ້​ແນະ​ນຳ​ບັນ​ດາ​ເລື່ອງ​ລາວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ ແລະ ມີ​ສີ​ສັນ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຜ່ານ​ສິ​ລະ​ປະ​ຍິ​ງ​ບັ້ງ​ໄຟ​ດອກ.

ຕາມ​ແຜນ​ການ​ແລ້ວ, ການ​ແຂ່ງ​ຂັນ​ໃນຄ່ຳ​ຄືນ​ຕໍ່​ໄປ​ຂອງ DIFF 2026 ຈະ​ດຳ​ເນີນ​ໃນ​ວັນ​ທີ 27 ມິ​ຖຸ​ນາ ດ້ວຍ​ການ​ແຂ່ງ​ຂັນ​ລະ​ຫວ່າງ ອົ​ດ​ສະ​ຕາ​ລີ ແລະ ປອກ​ຕຸຍ​ການ ຕາມ​ຫົວ​ຂໍ້ “ວິ​ໄສ​ທັດ” ແລະ ຮອບ​ຊິງ​ຊະ​ນະ​ເລີດ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 17 ກໍ​ລະ​ກົດ.

(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ເສັ້ນ​ທາງລົດ​ໄຟ​ຕົວ​ເມືອງ ໃນ​ວັນ​ທີ 22 ມິ​ຖຸ​ນາ ເພື່ອ​ຫັນ​ວິ​ໄສ​ທັດ​ນະ​ຄອນຫຼວງ 100 ປີ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ຮ່າ​ໂນ້ຍ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ເສັ້ນ​ທາງລົດ​ໄຟ​ຕົວ​ເມືອງ ໃນ​ວັນ​ທີ 22 ມິ​ຖຸ​ນາ ເພື່ອ​ຫັນ​ວິ​ໄສ​ທັດ​ນະ​ຄອນຫຼວງ 100 ປີ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ທັງ 5 ສາຍທາງ​ລົດ​ໄຟ​ຕົວ​ເມືອງ​ທີ່​ຈະ​ລົງ​ມື​ກໍ່​ສ້າງ​ນັ້ນ ລ້ວນ​ແຕ່​ແມ່ນ​ບັນ​ດາ​ເສັ້ນ​ທາງ​ທີ່​ມີ​ບົດ​ບາດ​ຍຸດ​ທະ​ສາດ​ໃນ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ອະ​ນາ​ຄົດ​ຂອງ ຮ່າ​ໂນ້ຍ.

Top