• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

COP29 ຮັບຮອງເອົາຂໍ້ຕົກລົງດ້ານການເງິນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຕາມຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້, ບັນດາປະເທດພັດທະນາໄດ້ໃຫ້ຄຳໝັ້ນສັນຍາ ແຕ່ລະປີຈະລະດົມຈຳນວນເງິນ 1.300 ຕື້ USD, ແຕ່ນີ້ຮອດປີ 2035 ເພື່ອແນໃສ່ຊ່ວຍບັນດາປະເທດທຸກຍາກ ແລະ ບັນດາປະເທດພວມພັດທະນາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ສູນກອງປະຊຸມ ຊື່ງແມ່ນສະຖານທີ່ດຳເນີນກອງປະຊຸມ COP29) ຢູ່ Baku, Azerbaijan. (ພາບ: Kyodo/TTXVN)

ຕອນຄ່ຳວັນທີ 23 ພະຈິກ, ຕາມເວລາທ້ອງຖິ່ນຢູ່ Baku, Azerbaijan, ບັນດາຝ່າຍເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 29 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP29) ບັນລຸໄດ້ຂໍ້ຕົກລົງໃຫມ່ກ່ຽວກັບດ້ານການເງິນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພາຍຫລັງປຶກສາຫາລືມາເປັນເວລາ 2 ອາທິດ.

ຕາມຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້, ບັນດາປະເທດພັດທະນາໄດ້ໃຫ້ຄຳໝັ້ນສັນຍາ ແຕ່ລະປີຈະລະດົມຈຳນວນເງິນ 1.300 ຕື້  USD, ແຕ່ນີ້ຮອດປີ 2035 ເພື່ອແນໃສ່ຊ່ວຍບັນດາປະເທດທຸກຍາກ ແລະ ບັນດາປະເທດພວມພັດທະນາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍຕາມ ມີພຽງແຕ່ 300 ຕື້  USD/ປີ ໃນຈຳນວນດັ່ງກ່າວແມ່ນບັນດາບ້ວງເງິນຊ່ວຍເຫລືອ ຫລື ໃຫ້ກູ້ຢຶມ ດ້ວຍອັດຕາດອກເບ້ຍຕ່ຳ ຈາກບັນດາປະເທດພັດທະນາ. ຈຳນວນເງິນຍັງເຫລືອ (1.000 tỷ USD/ປີ) ຕ້ອງລະດົມຈາກບັນດາແຫລ່ງອື່ນ. ນີ້ແມ່ນມາດຕາທີ່ກໍ່ຄວາມຖົກຖຽງກັນຫລາຍສຸດ ແລະ ຖືກຫລາຍປະເທດ ພິເສດ ແມ່ນກຸ່ມບັນດາປະເທດທຸກຍາກ ແລະ ບັນດາປະເທດເກາະນ້ອຍ ຕຳຫນິຕິຕຽນ ໂດຍຖືວ່າ ບ້ວງເງິນ 300 ຕື້  USD/ປີ ແມ່ນຈຳນວນຫນ້ອຍເກີນໄປເມື່ອທຽບໃສ່ຄວາມຕ້ອງການດ້ານການເງິນຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງບັນດາປະເທດພວມພັດທະນາ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top