ຕອນບ່າຍວັນທີ 12 ກັນຍາ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດ ຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 18 ໄດ້ໄຂຂຶ້ນຢູ່ອິນເດຍ, ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກ. ດ້ວຍຫົວຂໍ້ “ສ້າງບັນດາພື້ນຖານສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນະວັດຕະກຳ, ການຮ່ວມມື ແລະ ພັດທະນາແບບຍືນຍົງ”, ກອງປະຊຸມໄດ້ສຸມໃສ່ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ; ເພີ່ມທະວີລັດທິຫຼາຍຝ່າຍ, ປັບປຸງລະບົບຄຸ້ມຄອງບໍລິຫານທົ່ວໂລກ, ຊຸກຍູ້ການຄ້າ, ການລົງທຶນ ແລະ ການເງິນ…
ທີ່ກອງປະຊຸມ, ບັນດາການນຳ BRICS ໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການ New Delhi 2026, ໃນນັ້ນຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກ, ຊຸກຍູ້ລັດທິຫຼາຍຝ່າຍ, ແກ້ໄຂບັນດາການຂັດແຍ້ງກັນສາກົນໂດຍສັນຕິວິທີ ແລະ ຍົກສູງສຽງເວົ້າຂອງບັນດາປະເທດພວມພັດທະນາໃນການຄຸ້ມຄອງບໍລິຫານທົ່ວໂລກ. ເອກະສານລວມມີ 140 ຈຸດ, ສ່ອງແສງໂຄງການດຳເນີນງານເປີດກວ້າງ ຂອງ BRICS ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ແລະ ບັນດາປະເທດພວມພັດທະນາ.






